ດ້ວຍຫົວຂໍ້ ສ້າງຄວາມເຂັ້ມແຂງການຮ່ວມມືຫລາຍຝ່າຍເພື່ອການຈະເລີນເຕີບໂຕຮ່ວມກັນ”, ບັນດາການນໍາ ASEM ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມລວມ ແລະການຮ່ວມມືຫຼາຍຝ່າຍໃນການແກ້ໄຂສິ່ງທ້າທາຍຢູ່ພາກພື້ນ ແລະທ່ົວໂລກ, ຮັບມືກັບພະຍາດໂຄວິດ-19, ຊຸກຍູ້ການຟື້ນຟູ ແລະການເຕີບໂຕເສດຖະກິດແບບຍືນຍົງ, ກວມລວມ ແລະເພີ່ມທະວີການເຊື່ອມຈອດສັງຄົມ ແລະວັດທະນະທໍາ. ບັນດາການນໍາກໍ່ແບ່ງປັນທັດສະນະກ່ຽວກັບສະພາບການດ້ານການເມືອງ, ເສດຖະກິດສັງຄົມຢູ່ສອງທະວີບ ແລະປຶກສາຫາລືກ່ຽວກັບທິດທາງຕ່າງໆແນໃສ່ຊຸກຍູ້ການຮ່ວມມື ASEM ກວ່າອີກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດອາຊີ-ເອີລົບ (ASEM)  ຄັ້ງທີ 13. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ຖືວ່າ ສິ່ງທ້າທາຍໃນທົ່ວໂລກຄືພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ໝົດກ້ຽງຊັບພະຍາກອນ, ພົນລະເຮືອນມີອາຍຸສູງ ແລະຄວາມໝັ້ນຄົງ, ຄວາມປອດໄພທາງອິນເຕີເນັດແມ່ນບັນຫາໃຫຍ່, ມີລັກສະນະທົ່ວໂລກ ແລະສົ່ງຜົນກະທົບເຖິງປະຊາຊົນແຕ່ລະຄົນ. ທ່ານ ຟ້າມມິງຈິ໊ງ ໄດ້ຍົກອອກ 4 ຂໍ້ສະເໜີແນະເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊີ-ເອີລົບ ໃນໄລຍະຈະມາເຖິງ.

ທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ແບ່ງປັນຄວາມມານະພະຍາຍາມ ແລະບູລິມະສິດຂອງຫວຽດນາມ ໃນການຮັບມືກັບພະຍາດໂຄວິດ-19 ແລະຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ໄດ້, ກໍາລັງ ແລະຈະປະກອບສ່ວນໃນການແກ້ໄຂສິ່ງທ້າທາຍເຖິງຄວາມໝັ້ນຄົງແບບໃໝ່, ໂດຍສະເພາະແມ່ນຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.

ທ່ານ ຟ້າມມິງຈິ໊ງ ເນັ້ນໜັກເຖິງຄວາມຮຽກຮ້ອງທີ່ຈໍາເປັນໃນປະຈຸບັນແມ່ນຍູ້ແຮງການຮ່ວມມືຫຼາຍຝ່າຍບົນພື້ນຖານກົດໝາຍສາກົນ, ຈິດໃຈຮ່ວມມື, ແບ່ງປັນຄວາມຮັບຜິດຊອບ ແລະປະກອບສ່ວນເພື່ອຜົນປະໂຫຍດລວມ. ທ່ານຍັງແບ່ງປັນຄວາມມານະພະຍາຍາມຂອງຫວຽດນາມ ແລະບັນດາປະເທດອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

ສິ້ນສຸດກອງປະຊຸມ, ການນໍາບັນດາປະເທດອາຊີ-ເອີລົບ ຮັບຮອງເອົາ “ຖະແຫຼງການຂອງປະທານກອງປະຊຸມສຸດຍອດ ASEM 13”; “ຖະແຫຼງການພະນົມເປັນກ່ຽວກັບໂຄວິດ-19 ແລະການຟື້ນຟູເສດຖະກິດ”; ແລະ“ກໍານົດທິດຮ່ວມມື ASEM ກ່ຽວກັບການເຊື່ອມຈອດ. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 14 ຈະຈັດຕັ້ງໃນປີ 2023 ທີ່ເອີລົບ.

ໂດຍ: ເກື່ອງດັ້ງ