ຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງເບລາຣຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້
ກປ.ອອນໄລ - ທ່ານ Anatoly Aleksandrovich Sivak ຮອງນາຍົກລັດຖະມົນຕີເບລາຣຸດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເປັນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງເບລາຣຸດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ທ່ານຮອງນາຍົກລັດຖະມົນຕີເບລາຣຸດ ໄດ້ຍົກອອກສານດັ່ງກ່າວເມື່ອກ່າວຄໍາເຫັນທີ່ງານລ້ຽງການທູດສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ (19-8-1945 /19-8-2025) ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2-9-1945 / 2-9-2025).
    |
 |
ທ່ານ Anatoly Aleksandrovich Sivak ຮອງນາຍົກລັດຖະມົນຕີເບລາຣຸດ ກ່າວຄໍາເຫັນທີ່ພິທີ. ພາບ: ສະຖານທູດຫວຽດນາມ ປະຈຳ ເບລາຣຸດ |
ຕາງໜ້າລັດຖະບານເບລາຣຸດ, ທ່ານ Anatoly Aleksandrovich Sivak ໄດ້ສະແດງຄວາມພາກພູມໃຈເມື່ອຫວນຄືນໜ້າປະຫວັດສາດອັນສະຫງ່າລາສີຂອງຊົນຊາດຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ, ໃນນັ້ນ ເບລາຣຸດ ໄດ້ມີການປະກອບສ່ວນຫຼາຍຢ່າງ. ທ່ານ Anatoly Aleksandrovich Sivak ສະແດງຄວາມນັບຖືຢ່າງສູງນໍ້າໃຈມິດຕະພາບທີ່ມີມາແຕ່ດົນນານລະຫວ່າງປະຊາຊົນສອງປະເທດ, ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຜ່ານການເຄື່ອນໄຫວພົບປະແລກປ່ຽນໃນທຸກຂັ້ນ, ນັບທັງຂັ້ນສູງ, ການສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະເປັນຕົ້ນແມ່ນການເຄື່ອນໄຫວ “ການທູດປະຊາຊົນ”. ທ່ານ Anatoly Aleksandrovich Sivak ໃຫ້ຄຳໝັ້ນສັນຍາວ່າ ເບລາຣຸດ ຈະມານະພະຍາຍາມຢ່າງສຸດຂີດເພື່ອຜັນຂະຫຍາຍຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດຢ່າງມີປະສິດທິຜົນ, ເພື່ອຜົນປະໂຫຍດ ແລະຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນສອງປະເທດ.
    |
 |
ທ່ານ ຫງວຽນວັນຈູງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເບລາຣຸດ ກ່າວຄໍາເຫັນທີ່ພິທີ. ພາບ: ສະຖານທູດຫວຽດນາມ ປະຈຳ ເບລາຣຸດ |
ກ່າວຄຳເຫັນທີ່ເຫດການຢູ່ນະຄອນຫຼວງ Minsk ໃນວັນທີ 11 ກັນຍາ, ທ່ານ ຫງວຽນວັນຈູງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເບລາຣຸດ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງນໍ້າໃຈສາມັກຄີຂອງເພື່ອນມິດສາກົນ, ໃນນັ້ນມີ ເບລາຣຸດ. ພ້ອມທັງຖືວ່າ ການຢ້ຽມຢາມທາງລັດຖະກິດເບລາຣຸດ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນເດືອນພຶດສະພາ 2025, ນຳການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ໄດ້ເປີດໄລຍະພັດທະນາໃໝ່.
ໂດຍ: ເຈິ່ນຮວ່ຽນ