ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນຄັກດິ້ງ ໄດ້ມີການພົບປະກັບທ່ານ Soren Gade ປະທານສະພາແຫ່ງຊາດ ແລະພົບປະສອງຝ່າຍກັບທ່ານ Karsten Honge ຮອງປະທານສະພາແຫ່ງຊາດ; ເຮັດວຽກກັບທ່ານ Steffen Larsen ປະທານກໍາມາທິການກົດໝາຍ, ທ່ານ Lars Weiss ເຈົ້າຄອງນະຄອນຫຼວງ Copenhagen ແລະທ່ານນາງ Louise Schack Elholm ປະທານກຳມາທິການເສດຖະກິດ-ການຄ້າຂອງສະພາແຫ່ງຊາດ; ໂອ້ລົມສົນທະນາກັບສະຫະພັນອຸດສາຫະກຳແດນມາກ (DI) ແລະກຸ່ມບໍລິສັດຈໍານວນໜຶ່ງຂອງແດນມາກ.

leftcenterrightdel
ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Soren Gade ປະທານສະພາແຫ່ງຊາດແດນມາກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະສອງຝ່າຍກັບການນຳຂອງສະພາແຫ່ງຊາດແດນມາກ, ທ່ານ ຫງວຽນຄັກດິ້ງ ສະເໜີສອງສະພາແຫ່ງຊາດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນການນຳ, ກໍາມາທິການ, ເພີ່ມທະວີການຮ່ວມມື, ແບ່ງປັນປະສົບການໃນການສ້າງກົດໝາຍ, ຊຸກຍູ້ ແລະຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງລະຫວ່າງສອງປະເທດ; ພິຈາລະນາການລົງນາມຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດປະເທດ ແລະສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ແດນມາກ  ແລະແດນມາກ-ຫວຽດນາມ ຢູ່ສະພາແຫ່ງຊາດຂອງແຕ່ລະປະເທດເພື່ອຍູ້ແຮງການຮ່ວມມືລັດຖະສະພາເວົ້າສະເພາະ ກໍ່ຄືການພົວພັນຮ່ວມມືສອງຝ່າຍໃນທຸກຂົງເຂດເວົ້າລວມ, ມຸ່ງໄປເຖິງການນໍາການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການແລກປ່ຽນ ແລະເຮັດວຽກກັບຝ່າຍແດນມາກ, ທ່ານ ຫງວຽນຄັກດິ້ງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນບັນດາໂຄງການລົງທຶນຂອງແດນມາກ ຢູ່ຫວຽດນາມ ຢ່າງແຂງແຮງ ແລະໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ; ສະເໜີແດນມາກ, ໃນຖານະເປັນສະມາຊິກທີ່ຕັ້ງໜ້າ ແລະປະທານໝູນວຽນຂອງສະຫະພາບເອີລົບ (EU) ໃນ 6 ເດືອນທ້າຍປີ 2025, ສືບຕໍ່ຊ່ວຍຊຸກຍູ້ບັນດາປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ແລະຄະນະກຳມະການເອີຣົບ ເພື່ອຍົກເລີກ “ບັດເຫຼືອງ” ໃຫ້ແກ່ສິນທະເລສົ່ງອອກຂອງຫວຽດນາມ ໂດຍໄວ.

ຝ່າຍແດນມາກ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ກໍຄືການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍາວນານ, ຍືນຍົງ ພວມພັດທະນາຢ່າງຕັ້ງໜ້າ ແລະຂອບເຂດຄູ່ຮ່ວມມືຮອບດ້ານ ແລະຄູ່ຮ່ວມມືຍຸດທະສາດກ່ຽວກັບການພັດທະນາສີຂຽວລະຫວ່າງສອງປະເທດ; ຖືການການຢ້ຽມຢາມແມ່ນບາດກ້າວເດີນທີ່ລະອຽດ ເພື່ອຊຸກຍູ້ກວ່າອີກການພົວພັນລະຫວ່າງສອງປະເທດແລະສອງສະພາແຫ່ງຊາດ.

ໂດຍ: ໄຊຊະນະ