ທ່ານ ໂຕເລິມ ເລຂາທິການໃຫຍ່, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະການຫັນເປັນດີຈີຕອນໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນໍາ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມ. ທ່ານ ເຈິ່ນແທງເໝິ້ນ ເລຂາຄະນະພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ ເປັນປະທານກອງປະຊຸມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ  ແລະບັນດາການນຳພັກ, ລັດ ໄດ້ດຳເນີນພິທີໄຂພື້ນຖານ ““ປະຊາສຶກສາດີຈີຕອນ - ສະພາແຫ່ງຊາດດີຈີຕອນ”. ພາບ: qdnd.vn

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຍ້ອງຍໍຄະນະພັກ ແລະການນຳຂອງສະພາແຫ່ງຊາດ ໄດ້ຊີ້ນຳການຜັນຂະຫຍາຍຂະບວນການ “ປະຊາສຶກສາດີຈີຕອນ - ສະພາແຫ່ງຊາດດີຈີຕອນ”  ຢ່າງເປັນລະບົບ, ວິທະຍາສາດ, ມີປະສິດທິຜົນ, ໃກ້ຊິດກັບຄວາມຕ້ອງການຕົວຈິງຂອງສະພາແຫ່ງຊາດ ແລະຂອງແຕ່ລະຫົວໜ່ວຍສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງສູງ ແລະວິທີການປະຕິບັດທີ່ເປັນລະບົບ, ສະພາແຫ່ງຊາດສາມາດບັນລຸໄດ້ ແລະລື່ນກາຍຄາດໝາຍທີ່ໄດ້ວາງອອກ. ທ່ານເລຂາທິການໃຫຍ່  ຖືວ່າ ຂະບວນການ “ປະຊາສຶກສາດີຈີຕອນ - ສະພາແຫ່ງຊາດດີຈີຕອນ” ຕ້ອງໄດ້ຮັບການທະວີຄູນໃຫ້ທົ່ວລະບົບການເມືອງ, ທ່ານເລຂາທິການໃຫຍ່ ກໍ່ໄດ້ສະເໜີໃຫ້ຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ອົງການຈັດຕັ້ງຈາກສູນກາງລົງຮອດທ້ອງຖິ່ນຄົ້ນຄວ້າ, ຮໍ່າຮຽນຮູບແບບນີ້.

ທີ່ກອງປະຊຸມ, ບັນດາການນຳພັກ, ລັດ ໄດ້ດຳເນີນພິທີໄຂພື້ນຖານ “ປະຊາສຶກສາດີຈີຕອນ - ສະພາແຫ່ງຊາດດີຈີຕອນ”; ໄດ້ໃຫ້ເຫັນປະຈັກຕາການນຳບັນດາອົງການຂອງສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດຂອງ 34 ແຂວງ, ນະຄອນ ລົງນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍແຜນການສະບັບເລກທີ 39-KH/DUQH ແລະເອກະສານຜັນຂະຫຍາຍປະຕິບັດແຜນການສະບັບເລກທີ 39-KH/DUQH ທີ່ໄດ້ຮັບຮອງເອົາຈາກຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການປະຕິບັດຂະບວນການ “ປະຊາສຶກສາດີຈີຕອນ - ສະພາແຫ່ງຊາດດີຈີຕອນ”...

ໂດຍ: ຈາງຫງວຽນ