ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການຢ້ຽມຢາມຂອງທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ; ປາດຖະໜາຢາກ ແລະເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມ, ບັນດາເນື້ອໃນ, ໂຄງການຮ່ວມມືລະຫວ່າງສອງກົມໃຫຍ່ເສນາທິການ ເວົ້າສະເພາະ ແລະກອງທັບສອງປະເທດ ເວົ້າລວມ ຈະນັບມື້ນັບແທດຈິງ ແລະມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ແຈ້ງໃຫ້ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ຮັບຊາບກ່ຽວກັບໝາກຜົນການເຂົ້າຢ້ຽມຂໍ່ານັບທ່ານພົນເອກ ຄໍາລຽງ ອຸທະໄກສອນ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະການພົບປະສອງຝ່າຍກັບທ່ານພົນໂທ ສາຍໃຈ ກົມມະສິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຢືນຢັນວ່າ ໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ, ເສີມຂະຫຍາຍສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງກັບລາວ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າອີກໃນກິດຈະການປ່ຽນແປງໃໝ່, ສ້າງປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນຕາມເສັ້ນທາງສັງຄົມນິຍົມ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານພົນເອກ ຄໍາລຽງ ອຸທະໄກສອນ. ພາບ: qdnd.vn |
* ຕອນບ່າຍວັນດຽວກັນ, ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບທ່ານພົນເອກ ຄໍາລຽງ ອຸທະໄກສອນ.
ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ແຈ້ງໃຫ້ທ່ານພົນເອກ ຄໍາລຽງ ອຸທະໄກສອນ ຮັບຊາບກ່ຽວກັບໝາກຜົນການພົບປະສອງຝ່າຍກັບທ່ານພົນໂທ ສາຍໃຈ ກົມມະສິດ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ, ຊີ້ນຳກົມກອງສອງຝ່າຍຜັນຂະຫຍາຍເນື້ອໃນອະນຸສັນຍາ ໄລຍະ 2025-2029 ແລະແຜນການຮ່ວມມືປີ 2026. ໃນໄລຍະຈະມາເຖິງ, ທ່ານພົນເອກ ຫງວຽນເຕິນເກືອງ ປາດຖະໜາຢາກທ່ານພົນເອກ ຄໍາລຽງ ອຸທະໄກສອນ ຈະສືບຕໍ່ເອົາໃຈໃສ່, ຊີ້ນໍາບັນດາອົງການ, ກົມກອງກະຊວງປ້ອງກັນປະເທດລາວ ສົມທົບກັບຝ່າຍຫວຽດນາມ ຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 3 ປະສົບຜົນສໍາເລັດ; ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ແລະການຝຶກຊ້ອມຮ່ວມຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ລະຫວ່າງກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຢູ່ຮ່າໂນ້ຍ... ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ສົ່ງຄໍາເຊື້ອເຊີນຂອງທ່ານພົນເອກ ຟານວັນຢາງ ມາຍັງທ່ານພົນເອກ ຄໍາລຽງ ອຸທະໄກສອນ, ການນໍາກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນລາວ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3, ເຊິ່ງຄາດວ່າ ຈະຈັດຕັ້ງໃນເດືອນ ທັນວາ 2026 ຢູ່ຮ່າໂນ້ຍ ແລະຊົມເຊີຍການເຂົ້າຮ່ວມຂອງວິສາຫະກິດກອງທັບລາວ ຢູ່ງານວາງສະແດງ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນເອກ ຄໍາລຽງ ອຸທະໄກສອນ. ພາບ: qdnd.vn |
ສ່ວນທ່ານພົນເອກ ຄໍາລຽງ ອຸທະໄກສອນ ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ໝາກຜົນການພົບປະສອງຝ່າຍ. ພ້ອມທັງເນັ້ນໜັກວ່າ ສະຫາຍຍາມໃດກໍ່ຈົດຈໍາການຊ່ວຍເຫຼືອຂອງຫວຽດນາມ ກໍ່ຄືກອງທັບປະຊາຊົນຫວຽດນາມ ສໍາລັບປະເທດ ແລະກອງທັບປະຊາຊົນລາວ. ໃນການຮ່ວມມືດ້ານການທະຫານ, ການປ້ອງກັນຊາດ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ບຸລິມະສິດເປັນພິເສດເຖິງກະຊວງປ້ອງກັນປະເທດລາວ ໃນທຸກຂົງເຂດ. ທ່ານພົນເອກ ຄໍາລຽງ ອຸທະໄກສອນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດ ຈະສືບຕໍ່ຄົ້ນຄວ້າ, ກໍາແໜ້ນສະພາບການ, ເປັນເສນາທິການໃຫ້ການນໍາຂັ້ນສູງບັນດາເນື້ອໃນ, ຂົງເຂດຮ່ວມມື ແລະສົມທົບກັນຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ.
* ຕອນບ່າຍວັນທີ 22 ເມສາ, ທ່ານພົນໂທ ສາຍໃຈ ກົມມະສິດ ເປັນປະທານພິທີຕ້ອນຮັບທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດໍາເນີນການພົບປະສອງຝ່າຍ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນໂທ ສາຍໃຈ ກົມມະສິດ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນໂທ ສາຍໃຈ ກົມມະສິດ ເຫັນດີນຳກັນວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານການທະຫານ, ການປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບຮອບດ້ານ ແລະແທດຈິງ, ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນຂອງການພົວພັນສອງປະເທດ. ໃນນັ້ນພົ້ນເດັ່ນແມ່ນບັນດາເນື້ອໃນ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາກົນໄກຮ່ວມມື; ການຮ່ວມມືລະຫວ່າງທະຫານເຂດຕິດກັບຊາຍແດນ ແລະທະຫານຊາຍແດນສອງຝ່າຍ ໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນສອງປະເທດ. ການຮ່ວມມືດ້ານການບໍາລຸງສ້າງຊັບພະຍາກອນມະນຸດສືບຕໍ່ໄດ້ຮັບການຖືເປັນສໍາຄັນຈາກສອງຝ່າຍທັງດ້ານປະລິມານ ແລະຄຸນນະພາບ; ການຮ່ວມມືດ້ານພະລາທິການ, ອຸດສາຫະກໍາປ້ອງກັນຊາດໄດ້ຮັບການປັບປຸງ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນໂທ ສາຍໃຈ ກົມມະສິດ. ພາບ: qdnd.vn |
    |
 |
|
ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນສອງປະເທດ ຖ່າຍຮູບຮ່ວມທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຍູ້ແຮງການພົວພັນຮ່ວມມື, ຈຸດສຸມແມ່ນເພີ່ມທະວີການແບ່ງປັນບັນຫາຍຸດທະສາດຜ່ານການພົບປະຂັ້ນສູງ, ກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດ. ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມປາດຖະໜາຢາກສອງຝ່າຍພ້ອມກັບກະຊວງປ້ອງກັນປະເທດກໍາປູເຈຍ ຈະສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງເຫດການດັ່ງກ່າວໃຫ້ປະສົບຜົນສໍາເລັດ. ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ເຊື້ອເຊີນທ່ານພົນໂທ ສາຍໃຈ ກົມມະສິດ ແລະບັນດາສະຫາຍການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເຂົ້າຮ່ວມ ແລະສົ່ງວິສາຫະກິດປ້ອງກັນຊາດ ເຂົ້າຮ່ວມວາງສະແດງຜະລິດຕະພັນຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3.
* ໃນຂອບເຂດການຢ້ຽມຢາມ, ທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ມາຖະຫວາຍທູບທຽນ ແລະວາງພວງມາລາຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ນະຄອນຫຼວງວຽງຈັນ.
ໂດຍ: ເຈິ່ນຮວ່ຽນ