ພົນເອກ ຟານວັນຢາງ ແລະພົນໂທ ຕົງ ຈຸ່ນ ພ້ອມດ້ວຍຄະນະຜູ້ແທນໄດ້ວາງພວງມາລາທີ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດປະຕິວັດປະຊາຊົນ ຫວຽດນາມ-ຈີນ; ກົ້ມຫົວໄວ້ອາໄລໜຶ່ງນາທີ ເພື່ອອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ.

ຄະນະຜູ້ແທນໄດ້ສະແດງຄວາມສະເທືອນໃຈຕໍ່ໜ້າສິລາຈາລຶກທີ່ອະນຸສາວະລີ ທີ່ຈາລຶກຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດປະຕິວັດປະຊາຊົນ. ສິລາຈາລຶກ ຕັ້ງຢູ່ສວນສາທາລະນະມິດຕະພາບປະຊາຊົນຫວຽດນາມ-ຈີນ ທີ່ນະຄອນ ດົງຊິງ, ປະເທດຈີນ, ເຊິ່ງກວມເອົາເນື້ອທີ່ຫຼາຍກວ່າ 10 ໄລ່ (ປະມານ 6.700 ຕາແມັດ), ໄດ້ຮັບການກໍ່ສ້າງ ເພື່ອແນໃສ່ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດປະຕິວັດຂອງສອງປະເທດ ຫວຽດນາມ ແລະ ຈີນ. ນີ້ແມ່ນໜຶ່ງໃນສະຖານທີ່ສຶກສາອົບຮົມນໍ້າໃຈຮັກຊາດແຫ່ງທຳອິດຂອງເຂດປົກຄອງຕົນເອງ ຊົນເຜົ່າຈ້ວງ ກວາງຊີ.

ດັ່ງລຸ່ມນີ້ແມ່ນບັນດາຮູບພາບທີ່ສວນສາທາລະນະມິດຕະພາບປະຊາຊົນ ຫວຽດນາມ-ຈີນ:

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 

ໂດຍ: ຈາງຫງວຽນ