ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 7
ກປ.ອອນໄລ - ຕອນບ່າຍວັນທີ 26 ພະຈິກ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Irineo C.Espino ຮອງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ໄດ້ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 7.
    |
 |
|
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn. |
ທີ່ການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຜົນການຮ່ວມມືຮອບດ້ານ ແລະແທດຈິງລະຫວ່າງບັນດາອົງການ, ກົມກອງກະຊວງປ້ອງກັນປະເທດສອງປະເທດ ນັບແຕ່ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 6 (ເດືອນກໍລະກົດ 2024); ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບເຂົ້າໃນຄວາມມານະພະຍາຍາມລວມຂອງ ADMM ແລະ ADMM+ ເພື່ອສັນຕິພາບ ແລະສະຖຽນລະພາບຂອງພາກພື້ນ...
ສ່ວນທ່ານ Irineo C.Espino ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນຮ່ວມມືສອງຝ່າຍນັບມື້ນັບແໜ້ນແຟ້ນໃນບັນດາຂົງເຂດ, ໃນນັ້ນມີການປ້ອງກັນຊາດ; ພ້ອມທັງຕີລາຄາສູງຄວາມໝາຍຂອງການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 7 ກໍ່ຄືບົດບາດ ແລະການປະກອບສ່ວນຂອງຫວຽດນາມ ໃນຂອບເຂດ ADMM ແລະ ADMM+.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Irineo C.Espino ລົງນາມບົດບັນທຶກການເຈລະຈາ. ພາບ: qdnd.vn. |
ທີ່ການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ, ຈຸດສຸມແມ່ນ: ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ; ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນລະຫວ່າງກໍາລັງທະຫານເຮືອ, ທະຫານອາກາດ, ຕໍາຫຼວດທະເລ/ກຳລັງປ້ອງກັນຝັ່ງທະເລ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1976-2026); ຕັ້ງໜ້າປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນ ແລະກັນໃນຂອບເຂດການຮ່ວມມືດ້ານການທະຫານ, ການປ້ອງກັນຊາດອາຊຽນ... ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບສະພາບການຂອງໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ປາດຖະໜາຢາກສືບຕໍ່ສົມທົບກັນຊຸກຍູ້ຫຼັກໝັ້ນຂອງອາຊຽນໃນການແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ; ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສິ້ນສຸດການເຈລະຈາໂດຍໄວ ແລະລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີຜົນສັກສິດ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.
ສິ້ນສຸດການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Irineo C.Espino ໄດ້ລົງນາມບົດບັນທຶກການເຈລະຈາ; ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງ (TOR) ກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ.
ໂດຍ: ເຈິ່ນຮວ່ຽນ