ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ເກືອບ 50 ປີນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1976, ການພົວພັນສອງຝ່າຍບັນລຸໄດ້ຫຼາຍໝາກຜົນສຳຄັນ, ນັບມື້ນັບແທດຈິງ ແລະມີປະສິດທິຜົນໃນຫຼາຍຂົງເຂດ; ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ແລະເຊື່ອໝັ້ນວ່າ ຟີລິບປິນ ຈະປະຕິບັດສໍາເລັດຖານະຕຳແໜ່ງຂອງຕົນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Irineo C.Espino ຮອງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ. ພາບ: qdnd.vn.

ສ່ວນທ່ານ Irineo C.Espino ຢືນຢັນວ່າ ຟີລິບປິນ ຖືເປັນສໍາຄັນການພົວພັນຮ່ວມມືກັບຫວຽດນາມ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ; ພ້ອມທັງແຈ້ງໃຫ້ທ່ານພົນເອກ ຟານວັນຢາງ ຊາບກ່ຽວກັບຜົນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 7; ສະແດງຄວາມປາດຖະໜາວ່າສອງຝ່າຍຈະສືບຕໍ່ສົມທົບກັນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບແທດຈິງ ແລະເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານ Irineo C.Espino ຮອງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn.

ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ ກໍ່ຄືການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 7; ທ່ານພົນເອກ ຟານວັນຢາງ ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການເຈລະຈານະໂຍບາຍປ້ອງກັນຊາດ; ພົບປະແລກປ່ຽນນາຍທະຫານໜຸ່ມ, ນາຍທະຫານຂັ້ນສູງ; ຊອກຫາກູ້ໄພກູ້ຊີບ; ຄວາມໝັ້ນຄົງທາງໄຊເບີ; ຮັກສາສັນຕິພາບສະຫະປະຊາຊາດ; ຮັກສາການປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສ, ກອງປະຊຸມການທະຫານ-ການປ້ອງກັນຊາດຫຼາຍຝ່າຍໃນປີເປັນປະທານອາຊຽນ 2026 ຂອງ ຟີລິບປິນ; ຢຶດໜັ້ນຫຼັກໝັ້ນລວມຂອງອາຊຽນ ໃນບັນດາບັນຫາພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ...

ໂດຍ: ເຈິ່ນຮວ່ຽນ