leftcenterrightdel
ກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ ກ່ອນທີ່ອອກຈາກທ່າກໍາປັ່ນ ໄປຢ້ຽມຢາມ 3 ປະເທດ. ພາບ: qdnd.vn

ທ່ານພົນຈັດຕະວາ ຫງວຽນແອັງຕ໋ວນ, ຜູ້ບັນຊາການທະຫານເຮືອເຂດ 4; ທ່ານພັນເອກ ບຸ່ຍຊວນບິ່ງ, ຫົວໜ້າການເມືອງທະຫານເຮືອເຂດ 4 ພ້ອມດ້ວຍພະນັກງານ, ນັກຮົບກອງພົນນ້ອຍ 162 ໄດ້ອອກສູ່ທ່າກໍາປັ່ນເພື່ອສົ່ງຄະນະ.

leftcenterrightdel
ຜູ້ບັນຊາການທະຫານເຮືອເຂດ 4 ມອບດອກໄມ້ໃຫ້ກໍາລັງໃຈຄະນະປະຕິບັດງານ. ພາບ: qdnd.vn

ຕາມແຜນການແລ້ວ, ຄະນະປະຕິບັດງານ ພ້ອມດ້ວຍພະນັກງານ, ກັບຕັນເຮືອຂອງກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ ຈະໄປຢ້ຽມຢາມ ແລະເຂົ້າຢ້ຽມຂ່ຳນັບອໍານາດການປົກຄອງນະຄອນ Qingdao, ແລກປ່ຽນ ແລະຝຶກແອບຮ່ວມຢູ່ທະເລກັບທະຫານເຮືອຈີນ; ຢູ່ Kure, ຍີ່ປຸ່ນ, ຄະນະປະຕິບັດງານ ຈະມາເຂົ້າຢ້ຽມຂໍ່ານັບການນຳອໍານາດການປົກຄອງທ້ອງຖິ່ນ, ຝຶກແອບຮ່ວມກັບກຳລັງປົກປ້ອງທະເລຍີ່ປຸ່ນ ດ້ວຍບັນດາເນື້ອໃນ, ຄື: ຈັດແຖວກໍາປັ່ນ ແລະການຕິດຕໍ່ສື່ສານ; ທີ່ນະຄອນ Busan ຂອງ ສ.ເກົາຫຼີ, ຄະນະປະຕິບັດງານ ຈະມາເຂົ້າຢ້ຽມຂໍ່ານັບອໍານາດການປົກຄອງທ້ອງຖິ່ນ ແລະດໍາເນີນບາງການເຄື່ອນໄຫວພົບປະແລກປ່ຽນກັບທະຫານເຮືອ ສ.ເກົາຫຼີ.

leftcenterrightdel
ພະນັກງານ, ນັກຮົບກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ ຂໍ່ານັບທ່າກໍາປັ່ນ. ພາບ: qdnd.vn
leftcenterrightdel
ກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ ອອກຈາກທ່າກໍາປັ່ນການທະຫານກາມແຮງ. ພາບ: qdnd.vn

ການຢ້ຽມຢາມຄັ້ງນີ້ແມ່ນການເຄື່ອນໄຫວທີ່ສຳຄັນໃນແຜນການພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2025 ຂອງເຫຼົ່າທັບເຮືອ, ປະກອບສ່ວນປັບປຸງສາຍພົວພັນ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບທະຫານເຮືອ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ພ້ອມທັງ, ດ້ວຍໄລຍະທາງກວ່າ 5.000 ໄມທະເລ, ການປະຕິບັດງານຍັງແມ່ນກາລະໂອກາດຝຶກແອບການເດີນທະເລທາງໄກ, ຍົກສູງກໍາລັງຄວາມສາມາດໃນການຈັດຕັ້ງບັນຊາ, ນໍາໃຊ້ ແລະເປັນເຈົ້າຂອງອາວຸດຍຸດໂທປະກອນ, ແກ້ໄຂສະພາບຕົວຈິງຢູ່ທະເລ, ຜ່ານນັ້ນຢັ້ງຢືນກໍາລັງຄວາມສາມາດຂອງທະຫານເຮືອປະຊາຊົນຫວຽດນາມ.

ໂດຍ: ທູຈາງ