ທ່ານພັນເອກພິເສດ ຫງວຽນຍືແກ໋ງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລະທ່ານພັນເອກ ນາງ Karen Such ຜູ້ອຳນວຍການໂຄງການແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ, ກະຊວງປ້ອງກັນປະເທດອົດສະຕາລີ ເປັນປະທານຮ່ວມການແລກປ່ຽນ.

leftcenterrightdel
ບັນຍາກາດທີ່ການແລກປ່ຽນ. ພາບ: ຮວ່າງຫວູ໋

ທີ່ບັນດາວາລະປຶກສາຫາລື, ບັນດານັກປາຖະກະຖາ, ນັກຊ່ຽວຊານທີ່ມາຈາກຫວຽດນາມ, ອົດສະຕາລີ, ລາວ, ກໍາປູເຈຍ ແລະບັນດາອົງການຈັດຕັ້ງສາກົນ ໄດ້ຕັ້ງໜ້າແລກປ່ຽນ, ແບ່ງປັນບົດຮຽນພຶດຕິກຳຕົວຈິງກ່ຽວກັບການຄັດເລືອກ, ການຝຶກແອບ, ຜັນຂະຫຍາຍ ແລະສ້າງເງື່ອນໄຂໃຫ້ທະຫານຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ບັນດາແລກປ່ຽນດັ່ງກ່າວບໍ່ພຽງແຕ່ຊ່ວຍເຮັດແຈ້ງບັນດາສິ່ງທ້າທາຍລວມສໍາລັບຫຼາຍປະເທດທີ່ສົ່ງນາຍທະຫານ ພວມປະເຊີນໜ້າເຊິ່ງສໍາຄັນກວ່າແມ່ນສະເໜີບັນດາວິທີເຂົ້າເຖິງໃໝ່ໃນການສ້າງນະໂຍບາຍ, ກົນໄກໜູນຊ່ວຍແນໃສ່ຊຸກຍູ້ການເຂົ້າຮ່ວມຢ່າງຄົບຖ້ວນ, ປອດໄພ ແລະມີຄວາມໝາຍຂອງແມ່ຍິງໃນກອງທັບ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຍືແກ໋ງ ກ່າວຄໍາເຫັນທີ່ການແລກປ່ຽນບົດຮຽນກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງລະຫວ່າງຫວຽດນາມ ແລະອົດສະຕາລີ. ພາບ: ຮວ່າງຫວູ໋

ທ່ານພັນເອກພິເສດ ຫງວຽນຍືແກ໋ງ ເນັ້ນໜັກວ່າ: “ການຮັບບັນຈຸ ແລະຮັກສາກໍາລັງ: ກົນໄກໜູນຊ່ວຍແນໃສ່ຊຸກຍູ້ການເຂົ້າຮ່ວມທີ່ມີຄວາມໝາຍຂອງແມ່ຍິງໃນກອງທັບ” ແມ່ນຫົວຂໍ້ທີ່ສຳຄັນ, ມີລັກສະນະຍຸດທະສາດອັນຍາວນານ. ການແລກປ່ຽນໄດ້ຊ່ວຍຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ, ເພື່ອດຶງດູດກໍາລັງທະຫານຍິງ, ແຕ່ລະປະເທດຄວນສ້າງບັນດາມາດຕະການຢ່າງຄົບຊຸດຈາກນະໂຍບາຍ, ບໍາລຸງສ້າງ, ຈັດວາງວຽກງານທີ່ເໝາະສົມເພື່ອໜູນຊ່ວຍພາຍຫຼັງປະຕິບັດສໍາເລັດອາຍຸການຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ. ພິເສດ, ຂໍ້ມູນຂ່າວສານ ແລະຂໍ້ສະເໜີແນະໄດ້ຍົກອອກຈາກວາລະປຶກສາຫາລືເລິກເຊິ່ງແມ່ນພື້ນຖານສຳຄັນເພື່ອໃຫ້ຫວຽດນາມ ສືບຕໍ່ສຳເລັດການຜັນຂະຫຍາຍໂຄງການດໍາເນີນງານແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ ໄລຍະ 2024-2030, ພ້ອມທັງປະກອບສ່ວນຍົກສູງປະສິດທິຜົນການເຂົ້າຮ່ວມຂອງຫວຽດນາມ ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ.

ໂດຍ: ເຈິ່ນຮວ່ຽນ