ງານວາງສະແດງການບິນດູໄບ ແມ່ນໜຶ່ງໃນບັນດາງານວາງສະແດງການບິນສາກົນແຖວໜ້າຂອງໂລກ. ງານວາງສະແດງປີນີ້ໄດ້ເຕົ້າໂຮມຫົວໜ່ວຍວາງສະແດງເກືອບ 1.500 ແຫ່ງທີ່ມາຈາກ 98 ປະເທດ, ພ້ອມດ້ວຍເຮືອບິນເກືອບ 200 ລຳ ທີ່ໄດ້ຮັບການວາງສະແດງທີ່ໜ້າປະທັບໃຈ, ພ້ອມທັງແນະນໍາຄວາມກ້າວໜ້າໃໝ່ສຸດໃນຂົງເຂດການບິນ ແລະເຕັກໂນໂລຊີປ້ອງກັນຊາດ. ການເຂົ້າຮ່ວມງານວາງສະແດງຂອງກະຊວງປ້ອງກັນປະເທດຫວຽດນາມ ສະແດງໃຫ້ເຫັນຄວາມເອົາໃຈໃສ່ໃນການຮ່ວມມືສາກົນກ່ຽວກັບອຸດສາຫະກຳປ້ອງກັນຊາດ; ຢືນຢັນວ່າລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພີ່ມທະວີແລກປ່ຽນ, ການຮ່ວມມືສາກົນກ່ຽວກັບຂົງເຂດອຸດສາຫະກໍາປ້ອງກັນຊາດ ຕາມຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍຂອງຫວຽດນາມ ແລະຄຳໝັ້ນສັນຍາສາກົນອື່ນໆ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາລະຫວ່າງ Viettel ແລະ Edge. ພາບ: qdnd.vn

ທີ່ງານວາງສະແດງ, ທ່ານພົນໂທ ຮວ່າງຊວນຈຽນ ແລະຄະນະ ໄດ້ຢ້ຽມຊົມບັນດາຮ້ານວາງສະແດງ, ພົບປະກັບວິສາຫະກິດປ້ອງກັນຊາດຂອງ UAE ແລະປະເທດຈໍານວນໜຶ່ງ. ທ່ານພົນໂທ ຮວ່າງຊວນຈຽນ ໄດ້ສະເໜີໃຫ້ບັນດາປະເທດ ແລະຫວຽດນາມ ຊຸກຍູ້ການແລກປ່ຽນ, ຊອກຮູ້ຄວາມສາມາດຮ່ວມມື, ສອດຄ່ອງກັບກໍາລັງຄວາມສາມາດຂອງແຕ່ລະຝ່າຍ, ເຫັນດີເປັນເອກະພາບກ່ຽວກັບທິດທາງໃນການຊຸກຍູ້ການຮ່ວມມືອຸດສາຫະກຳປ້ອງກັນຊາດໃນໄລຍະຈະມາເຖິງ.

ໃນວັນທີ 17 ພະຈິກ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາລະຫວ່າງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ແລະກຸ່ມບໍລິສັດ Edge ຂອງ UAE. ບົດບັນທຶກຊ່ວຍຈໍາສ້າງພື້ນຖານອັນໝັ້ນແກ່ນໃຫ້ຄວາມສາມາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຂົງເຂດອຸດສາຫະກຳປ້ອງກັນຊາດເຕັກໂນໂລຊີສູງ.

ໂດຍ: ຈາງຫງວຽນ