leftcenterrightdel
ຄະນະຜູ້ແທນສະຫະພັນລັດເຊຍ ວາງກະຕາດອກໄມ້ຕໍ່ໜ້າຮູບປັ້ນຊ່ຽວຊານການທະຫານສະຫະພາບໂຊວຽດ ແລະຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: ຮ່າເຟືອງ

ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ປະຊາຊົນຫວຽດນາມ ໄດ້ຮັບການຊ່ວຍເຫຼືອຢ່າງສຸດອົກສຸດໃຈ, ສັດຊື່ບໍລິສຸດ ແລະມີປະສິດທິຜົນຈາກບັນດາປະເທດ ກໍ່ຄືເພື່ອນມິດສາກົນ, ໃນນັ້ນມີສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປະຈຸບັນ. ປະຊາຊົນ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ ແລະຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່ານັ້ນ. ຮູບປັ້ນບັນດາຊ່ຽວຊານການທະຫານສະຫະພາບໂຊວຽດ, ຈີນ, ກູບາ ແລະນັກຮົບສາກົນລາວ, ກໍາປູເຈຍ ໃນຂອບເຂດຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ແມ່ນໂຄງການທີ່ມີຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທໍາ ແລະການເມືອງອັນເລິກເຊິ່ງ, ເປັນສັນຍາລັກທີ່ມີຊີວິດຊີວາແຫ່ງຈິດໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດ, ສາຍຈິດມິດໃຈ.

ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ທ່ານ Nikolai Patrushev ແລະຄະນະຜູ້ແທນສະຫະພັນລັດເຊຍ ໄດ້ຮັບຟັງການອະທິບາຍກ່ຽວກັບບັນດາໄລຍະປະຫວັດສາດໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ປົກປັກຮັກສາ ແລະສ້າງສາປະເທດຊາດຂອງປະຊາຊົນຫວຽດນາມ; ສະແດງຄວາມປະທັບໃຈຕໍ່ວັດຖຸພັນ, ເອກະສານອັນລໍ້າຄ່ານັບສິບພັນຢ່າງ ໄດ້ເກັບຮັກສາໄວ້ຢູ່ທີ່ນີ້.

ຜ່ານນັ້ນ, ໄດ້ສົ່ງສານເຖິງເພື່ອນມິດສາກົນ ວ່າ ຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງ, ຮູ້ບຸນຄຸນຕໍ່ການສະໜັບສະໜູນອັນໃຫຍ່ຫຼວງຂອງເພື່ອນມິດສາກົນ ບໍ່ພຽງແຕ່ໃນອະດີດເທົ່ານັ້ນ, ຫາກຍັງໃນປະຈຸບັນ ແລະອະນາຄົດ; ຍາມໃດກໍ່ຖືເປັນສຳຄັນການຮັກສາ, ປັບປຸງ, ພັດທະນາການພົວພັນມິດຕະພາບກັບບັນດາປະເທດອ້າຍນ້ອງ, ເພື່ອນມິດສາກົນ, ເພື່ອໂລກແຫ່ງສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ