leftcenterrightdel
ທ່ານພົນໂທ ເລຮຸຍວີ້ງ ແລກປ່ຽນກັບທ່ານພົນຈັດຕະວາ ຈອມເພັດ ໄຊຍະສຸກ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ເລຮຸຍວີ້ງ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາ ສືບຕໍ່ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ດ້ວຍບັນດາໝາກຜົນພົ້ນເດັ່ນໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ; ກົນໄກຮ່ວມມື; ປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເຫດການໃຫຍ່ຂອງແຕ່ລະປະເທດ.

leftcenterrightdel
ທ່ານພົນໂທ ເລຮຸຍວີ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ ຈອມເພັດ ໄຊຍະສຸກ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ທ່ານພົນໂທ ເລຮຸຍວີ້ງ ສະເໜີຂະແໜງເຕັກນິກສອງກອງທັບ ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ; ຊຸກຍູ້ການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ທ່ານພົນໂທ ເລຮຸຍວີ້ງ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະຈັດສົ່ງນັກຊ່ຽວຊານມາໜູນຊ່ວຍ, ຊ່ວຍເຫຼືອພະນັກງານ, ພາລະກອນວິຊາການດ້ານເຕັກນິກຂອງກອງທັບປະຊາຊົນລາວ ໃນບັນດາຂະແໜງການສະເພາະ ເຊິ່ງ ຝ່າຍລາວ ມີຄວາມຕ້ອງການ. ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກໃຫ້ບັນດາອົງການສອງຝ່າຍເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເລິກເຊິ່ງກວ່າອີກ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn

ສ່ວນທ່ານພົນຈັດຕະວາ ຈອມເພັດ ໄຊຍະສຸກ ແຈ້ງໃຫ້ທ່ານພົນໂທ ເລຮຸຍວີ້ງ ຮັບຊາບກ່ຽວກັບຜົນການເຮັດວຽກກ່ອນໜ້ານັ້ນກັບກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະກົມໃຫຍ່ພະລາທິການ-ເຕັກນິກ, ກະຊວງປ້ອງກັນປະເທດຫວຽດນາມ. ສອງຝ່າຍໄດ້ແລກປ່ຽນ, ຕີລາຄາບັນດາເນື້ອໃນການຮ່ວມມືໃນໄລຍະຜ່ານມາ; ພ້ອມທັງໄດ້ເຫັນດີເປັນເອກະພາບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສຸມໃສ່ເຂົ້າໃນບັນດາຂົງເຂດ ຄື: ບໍາລຸງກໍ່ສ້າງ, ຝຶກອົບຮົມ, ແບ່ງປັນບົດຮຽນວິຊາການ... ທ່ານພົນຈັດຕະວາ ຈອມເພັດ ໄຊຍະສຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ໜູນຊ່ວຍຂະແໜງເຕັກນິກໃຫ້ແກ່ກອງທັບປະຊາຊົນລາວ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນ, ນຳການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ