ລາຍງານຜົນງານຕໍ່ລຸງໂຮ່ ກ່ອນຈະເດີນທາງໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ
ກປ.ອອນໄລ - ຕອນເຊົ້າວັນທີ 16 ກັນຍາ, ກົມຮັກສາສັນຕິພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຢູ່ຖະໜົນບັກເຊີນ (ຮ່າໂນ້ຍ) ແລະລາຍງານຜົນງານຕໍ່ລຸງໂຮ່ ຢູ່ສຸສານປະທານໂຮ່ຈິມີນ ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນກອງຊ່າງແສງເລກ 4 ທີ່ກະກຽມຈະເດີນທາງໄປປະຕິບັດໜ້າທີ່ ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວ ຂອງສະຫະປະຊາຊາດ ຢູ່ເຂດ Abyei (UNISFA).
    |
 |
ພິທີລາຍງານຜົນງານຕໍ່ລຸງໂຮ່ ຂອງກອງຊ່າງແສງເລກ 4. ພາບ: ທ໊າຍຮືງ |
ຕໍ່ດວງວິນຍານຂອງລຸງໂຮ່, ຕາງໜ້າໃຫ້ພະນັກງານ, ພາລະກອນກົມຮັກສາສັນຕິພາບຫວຽດນາມ ແລະກອງຊ່າງແສງເລກ 4, ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ຕັດສິນໃຈ, ຢຶດໝັ້ນຄຸນທາດການເມືອງ, ຮັກສາຄວາມສາມັກຄີພາຍໃນ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ ເຊິ່ງ ພັກ, ລັດ ແລະກອງທັບ ເຊື່ອໝັ້ນມອບໝາຍໃຫ້; ດ້ວຍການກະທຳຢ່າງແທດຈິງສືບຕໍ່ປະກອບສ່ວນແຜ່ຂະຫຍາຍຄຸນນະທາດອັນດີງາມຂອງທະຫານລຸງໂຮ່ ໃນໄລຍະໃໝ່.
    |
 |
ຜູ້ຕາງໜ້າບັນດາອົງການ, ກົມກອງ ແລະພະນັກງານ, ພາລະກອນກອງຊ່າງແສງເລກ 4 ທີ່ທຳນຽບປະທານປະເທດ. ພາບ: ທ໊າຍຮືງ |
ໃນຊຸມປີຜ່ານມາ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງເພື່ອຄັດເລືອກ, ບໍາລຸງສ້າງກຳລັງ ແລະຜັນຂະຫຍາຍປະຕິບັດ; ພ້ອມກັນນັ້ນ, ຄຸ້ມຄອງ, ບັນຊາ, ບໍລິຫານທ່ົວກໍາລັງຂອງກອງທັບປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ບັນດາກໍາລັງຮັກສາສັນຕິພາບຫວຽດນາມ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ ແລະປະຕິບັດສຳເລັດໜ້າທີ່, ຮັບປະກັນຄວາມປອດໄພຢ່າງເດັດຂາດ; ໄດ້ຮັບການຮັບຮູ້ຈາກຈາກພັກ, ລັດ ແລະປະຊາຊົນ; ໄດ້ຮັບການຕີລາຄາສູງຈາກການນຳສະຫະປະຊາຊາດ, ຜູ້ບັນຊາການຄະນະປະຕິບັດງານ, ອຳນາດການປົກຄອງປະເທດປະຈຳຖິ່ນ ແລະປະຊາຄົມສາກົນ.
ມາຮອດປະຈຸບັນ, ທຸກວຽກງານກະກຽມໃຫ້ກອງຊ່າງແສງເລກ 4 ໄດ້ສຳເລັດໂດຍພື້ນຖານແລ້ວ, ພະນັກງານ, ພາລະກອນພ້ອມແລ້ວທີ່ຈະເດີນທາງໄປປະຕິບັດໜ້າທີ່. ຄາດວ່າໃນວັນທີ 26 ກັນຍາ, ກອງຊ່າງແສງເລກ 4 ພ້ອມດ້ວຍພະນັກງານ, ພາລະກອນ 169 ຄົນ ຈະເດີນທາງໄປຮອດຄະນະປະຕິບັດງານ UNISFA.
ໂດຍ: ເຈິ່ນຮວ່ຽນ