leftcenterrightdel
ທ່ານພົນເອກ ຟານວັນຢາງ  ແລກປ່ຽນກັບທ່ານພົນເອກ Tea Seiha. ພາບ: ແອັງຫວູ໋

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຂອບອົກຂອບໃຈທ່ານພົນເອກ Tea Seiha ທີ່ໄດ້ຮັບຄໍາເຊີນເຂົ້າຮ່ວມ ແລະສົ່ງກ້ອນກໍາລັງກອງທັບລາຊະອານາຈັກກຳປູເຈຍ ເຂົ້າຮ່ວມການສວນສະໜາມ, ເດີນຂະບວນທີ່ພິທີສະເຫຼີມສະຫຼອງ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ, ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍືນຍົງຍາວນານກັບກໍາປູເຈຍ ຢ່າງບໍ່ຢຸດຢັ້ງ ແລະສະໜັບສະໜູນປະເທດກຳປູເຈຍ ເປັນເອກະລາດ, ສັນຕິພາບ, ພັດທະນາ ແລະນັບມື້ນັບສວມບົດບາດອັນໃຫຍ່ຫຼວງກວ່າໃນເວທີສາກົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ແອັງຫວູ໋

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຖືວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກໍາປູເຈຍ ບັນລຸໄດ້ໝາກຜົນແທດຈິງ ແລະມີປະສິດທິຜົນຫຼາຍຢ່າງ, ໄດ້ຮັບການຮັບຮູ້ຈາກການນຳຂັ້ນສູງສອງປະເທດ ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນການພົວພັນສອງຝ່າຍ; ສະເໜີສອງຝ່າຍສືບຕໍ່ສົມທົບກັນແນໃສ່ຜັນຂະຫຍາຍບັນດາເນື້ອໃນໃນອະນຸສັນຍາການຮ່ວມມື ໄລຍະ 2025-2029 ແລະແຜນການຮ່ວມມືປະຈຳປີລະຫວ່າງສອງກະຊວງປ້ອງກັນປະເທດ.

ສ່ວນທ່ານພົນເອກ Tea Seiha ໄດ້ສະແດງຄວາມຂອບອົກຂອບໃຈທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບ, ພ້ອມທັງສົ່ງຄໍາອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ ແລະສະແດງຄວາມປະທັບໃຈຕໍ່ນໍ້າໃຈຮັກຊາດຂອງປະຊາຊົນຫວຽດນາມ. ທ່ານພົນເອກ Tea Seiha ກໍ່ຢືນຢັນວ່າ ກໍາປູເຈຍ ຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບ ນັບມື້ນັບພັດທະນາ.

ໂດຍ: ເຈິ່ນຮວ່ຽນ