ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ
ກປ.ອອນໄລ - ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Tamura Takao, ທີ່ປຶກສາທູດປ້ອງກັນຊາດຍີ່ປຸ່ນ ປະຈໍາ ຫວຽດນາມ ເນື່ອງໃນໂອກາດປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບຄວາມເອົາໃຈໃສ່, ການຊີ້ນຳຈາກບັນດາການນຳຂັ້ນສູງຂອງສອງຝ່າຍ, ບັນລຸໄດ້ໝາກຜົນແທດຈິງ, ພົ້ນເດັ່ນໃນຂົງເຂດ, ຄື: ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຮັກສາກົນໄກປຶກສາຫາລື, ການເຈລະຈາທຸກຂັ້ນຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ. ສອງຝ່າຍໄດ້ຕັ້ງໜ້າຊຸກຍູ້ ແລະຜັນຂະຫຍາຍເນື້ອໃນການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບຂອງສະຫະປະຊາຊາດ, ບັນດາໂຄງການໜູນຊ່ວຍຍົກສູງກໍາລັງຄວາມສາມາດໃນຂົງເຂດຕ່າງໆ, ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ, ຄວາມປອດໄພດ້ານໄຊເບີ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພັນເອກ Tamura Takao. ພາບ: qdnd.vn |
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮ່ວງຊວນຈ໊ຽນ ສະເໜີທ່ານພັນເອກ Tamura Takao ສົມທົບຢ່າງແໜ້ນແຟ້ນກັບອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ແນໃສ່ສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ສອງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະອຳນວຍຄວາມສະດວກເພື່ອໃຫ້ທ່ານພັນເອກ Tamura Takao ປະຕິບັດສຳເລັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ເມື່ອແລກປ່ຽນທີ່ການຕ້ອນຮັບ, ທ່ານພັນເອກ Tamura Takao ເນັ້ນໜັກວ່າ ບົນພື້ນຖານຄວາມເຫັນດີເຫັນພ້ອມຂອງການນຳຂັ້ນສູງສອງປະເທດໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ ໃນເດືອນ ເມສາ ປີ 2025, ກໍຄືຂອງກະຊວງປ້ອງກັນປະເທດສອງປະເທດ, ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດຢ່າງແທດຈິງ ແລະມີປະສິດທິຜົນ.
ໂດຍ: ທູຈາງ