ຜັນຂະຫຍາຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ຢ່າງມີປະສິດທິຜົນ
ກປ.ອອນໄລ - ຕອນເຊົ້າວັນທີ 7 ສິງຫາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບທ່ານພັນໂທ Park Jeong Hwan, ທີ່ປຶກສາທູດປ້ອງກັນຊາດ ສ.ເກົາຫຼີ ປະຈໍາ ຫວຽດນາມ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງການປະກອບສ່ວນຂອງທ່ານພັນໂທ Park Jeong Hwan ໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ; ພ້ອມທັງເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ສ.ເກົາຫຼີ ໃນໄລຍະຜ່ານມາໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້, ເປີດກວ້າງ, ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງຈາກສອງຝ່າຍ, ນັບມື້ນັບມີປະສິດທິຜົນ, ແທດຈິງ, ພົ້ນເດັ່ນໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການຮ່ວມມືບໍາລຸງສ້າງ, ທະຫານເຮືອ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ອື່ນໆ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລກປ່ຽນກັບທ່ານພັນໂທ Park Jeong Hwan, ທີ່ປຶກສາທູດປ້ອງກັນຊາດ ສ.ເກົາຫຼີ ປະຈໍາ ຫວຽດນາມ. ພາບ: qdnd.vn |
ບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ຜັນຂະຫຍາຍບາງຈຸດສຸມການຮ່ວມມືຢ່າງມີປະສິດທິຜົນ ລວມມີ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາບັນດາກົນໄກປຶກສາຫາລື ແລະການເຈລະຈາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພິເສດແມ່ນກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ການບໍາລຸງສ້າງ; ອຸດສາຫະກໍາປ້ອງກັນຊາດ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຮັກສາສັນຕິພາບສະຫະປະຊາຊາດ; ສືບຕໍ່ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະສາກົນ...
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ, ທ່ານພັນໂທ Park Jeong Hwan ຈະສົມທົບຢ່າງຕັ້ງໜ້າກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະບັນລຸໄດ້ໝາກຜົນແທດຈິງ.
ສ່ວນທ່ານພັນໂທ Park Jeong Hwan ສະແດງຄວາມຂອບອົກຂອບໃຈທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສະຫຼະເວລາຕ້ອນຮັບ, ແລະໃຫ້ຮູ້ວ່າ ຈະລາຍງານໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ສ.ເກົາຫຼີ ກ່ຽວກັບເນື້ອໃນ ທີ່ ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ແລກປ່ຽນ; ພ້ອມກັນນັ້ນ, ຢັ້ງຢືນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນໃຫ້ມີປະສິດທິຜົນ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ.
ໂດຍ: ທູຈາງ