ທ່ານພົນຈັດຕະວາ ຫງວຽນແອັງຕ໋ວນ ຕີລາຄາສູງວຽກງານຊີ້ນຳນໍາພາຂອງຄະນະພັກ, ຜູ້ບັນຊາການກອງພົນນ້ອຍ 162 ສໍາລັບກໍາປັ່ນ 016-ກວາງຈູງ ໃນວິວັດການກະກຽມ. ອຸປະກອນດ້ານເຕັກນິກຂອງກໍາປັ່ນໄດ້ຮັບປະກັນເປັນຢ່າງດີ, ການຕິດຕໍ່ສື່ສານທະລຸລ່ວງ; ແຜນການໃນໄລຍະປະຕິບັດໜ້າທີ່ແມ່ນລະອຽດ ແລະລະມັດລະວັງ, ຮັບປະກັນຄວາມປອດໄພໃນການເດີນທະເລ; ການເຄື່ອນໄຫວຢູ່ປະເທດບ້ານໄດ້ຂຶ້ນແຜນຢ່າງລະອຽດ, ຈັດຕັ້ງການຝຶກແອບຢ່າງເຂັ້ມງວດ... ທ່ານພົນຈັດຕະວາ ຫງວຽນແອັງຕ໋ວນ ໄດ້ລະດົມກໍາລັງໃຈ ແລະຮຽກຮ້ອງໃຫ້ພະນັກງານ ແລະນັກຮົບກຳປັ່ນ 016-ກວາງຈູງ ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາລະບຽບວິໄນການທູດຢ່າງເຂັ້ມງວດ, ປະຕິບັສໍາເລັດໜ້າທີ່ເປັນຢ່າງດີ.

ໜ້າທີ່ນໍາສົ່ງຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມພິທີສວນສະໜາມກໍາປັ່ນອາຊຽນ ແລະການຝຶກຊ້ອມຫຼາຍຝ່າຍລະຫວ່າງທະຫານເຮືອອາຊຽນ ຄັ້ງທີ 3 ຢູ່ມາເລເຊຍ ມີຄວາມໝາຍສຳຄັນພິເສດ. ຜ່ານນັ້ນ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອຂອງບັນດາປະເທດໃນພາກພື້ນ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງ ຫວຽດນາມ-ມາເລເຊຍ ເວົ້າສະເພາະ ແລະທະຫານເຮືອບັນດາປະເທດທີ່ເຂົ້າຮ່ວມເວົ້າລວມ ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ.

leftcenterrightdel
ພະນັກງານ, ນັກຮົບກໍາປັ່ນ 016-ກວາງຈູງ ຕ້ອນຮັບສະຫາຍຜູ້ບັນຊາການທະຫານເຮືອເຂດ 4 ແລະຄະນະປະຕິບັດງານຂຶ້ນກໍາປັ່ນ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn
leftcenterrightdel
ທ່ານພັນຕີ ດັ້ງວັນໂດ້, ຜູ້ບັນຊາກໍາປັ່ນ 016-ກວາງຈູງ  ລາຍງານໝາກຜົນວຽກງານກະກຽມປະຕິບັດໜ້າທີ່. ພາບ: qdnd.vn
leftcenterrightdel
ທ່ານພົນຈັດຕະວາ ຫງວຽນແອັງຕ໋ວນ ຜູ້ບັນຊາການທະຫານເຮືອເຂດ 4 ກ່າວຄໍາເຫັນສະຫຼຸບ. ພາບ: qdnd.vn
leftcenterrightdel
ທ່ານພົນຈັດຕະວາ ຫງວຽນແອັງຕ໋ວນ ຜູ້ບັນຊາການທະຫານເຮືອເຂດ 4 ລະດົມກໍາລັງໃຈພະນັກງານ, ນັກຮົບ ກໍາປັ່ນ 016-ກວາງຈູງ ກ່ອນທີ່ຈະເດີນທາງປະຕິບັດໜ້າທີ່. ພາບ: qdnd.vn

 

ໂດຍ: ທູຈາງ