ພົນເອກ ຟານວັນຢາງ ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດເອຢິບ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ ອາຣັບ ເອຢິບ ຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ຕອນເຊົ້າວັນທີ 4 ສິງຫາ (ຕາມເວລາທ້ອງຖິ່ນ), ທີ່ສໍານັກງານກະຊວງປ້ອງກັນປະເທດເອຢິບ, ຢູ່ນະຄອນຫຼວງ Cairo, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານພົນເອກ Abdel Mageed Saqr, ລັດຖະມົນຕີກະຊວງປ້ອງກັນປະເທດ ເອຢິບ.
ທ່ານພົນເອກ Abdel Mageed Saqr ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດໃນການພົວພັນລວມລະຫວ່າງສອງປະເທດ ແລະໃຫ້ຮູ້ວ່າ ເອຢິບ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດນີ້.
ທ່ານພົນເອກ ຟານວັນຢາງ ຊີ້ແຈ້ງວ່າ, ໃນການພົວພັນລວມອັນດີງາມ ລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດແມ່ນຂົງເຂດທີ່ການນໍາຂັ້ນສູງຂອງສອງຝ່າຍ ໃຫ້ຄວາມເອົາໃຈໃສ່ຊຸກຍູ້, ມີທ່າແຮງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.
    |
 |
ທ່ານພົນເອກ ຟານວັນຢາງ ພົບປະກັບ ທ່ານພົນເອກ Abdel Mageed Saqr. ພາບ: qdnd.vn |
ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນການຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ປາດຖະໜາຢາກເປັນເພື່ອນມິດ ແລະພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ; ຢຶດໝັ້ນຕໍ່ສູ້ແກ້ໄຂຄວາມຂັດແຍ້ງ ແລະຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ກ່ຽວກັບນະໂຍບາຍປ້ອງກັນຊາດ, ຫວຽດນາມ ຢຶດໝັ້ນນະໂຍບາຍປ້ອງກັນຊາດ “4 ບໍ່”. ບົນພື້ນຖານຂໍ້ສະເໜີຂອງທ່ານພົນເອກ ຟານວັນຢາງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.
    |
 |
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Abdel Mageed Saqr. ພາບ: qdnd.vn |
ສອງລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍພື້ນຖານອັນໝັ້ນແກ່ນ ແລະບັນດາໝາກຜົນສຳຄັນບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຈະມາເຖິງຈະມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ ຫວຽດນາມ - ເອຢິບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ພາຍຫຼັງການພົບປະ, ກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມໃນໜັງສືເຈດຈໍານົງ ວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ.
ໂດຍ: ທະນາພອນ