ທີ່ການຕ້ອນຮັບ, ທ່ານພົນຕີ ເຈິ່ນແທັງງຽມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນ ຫວຽດນາມ-ອາເມລິກາ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ໝາກຜົນຕັ້ງໜ້າໃນຫຼາຍຂົງເຂດ, ຄື: ການເມືອງ, ເສດຖະກິດ, ການສຶກສາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 8 ຂອງອາເມລິກາ ແລະອາເມລິກາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ກວາງມິງ

ພ້ອມກັບການພັດທະນາລວມຂອງການພົວພັນລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ມີປະສິດທິຜົນ, ບັນລຸໄດ້ໝາກຜົນທີ່ມີເນື້ອແທ້ໃນຫຼາຍຂົງເຂດ, ຄື: ການແລກປ່ຽນຄະນະ, ບັນດາກົນໄກເຈລະຈາ-ທາບທາມ, ການຮ່ວມມືອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ເສນາຮັກ. ໃນນັ້ນ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ອາເມລິກາ, ການນຳຂັ້ນສູງສອງປະເທດ ໄດ້ໃຫ້ຄຳໝັ້ນສັນຍາ, ຖືນີ້ແມ່ນບຸລິມະສິດໃນການພົວພັນສອງປະເທດ.

leftcenterrightdel
ທ່ານພົນຕີ ເຈິ່ນແທັງງຽມ ແລະທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ກວາງມິງ

ທະຫານເຮືອຫວຽດນາມ ໄດ້ຈັດສົ່ງຫຼາຍຄະນະເຂົ້າຮ່ວມກອງປະຊຸມ, ກອງປະຊຸມສຳມະນາ, ຝຶກຊ້ອມດ້ວຍຖານະເປັນນັກສັງເກດການຕາມຄຳເຊີນຂອງທະຫານເຮືອອາເມລິກາ; ຕ້ອນຮັບຫຼາຍຄະນະທຸກຂັ້ນ ແລະກຳປັ່ນທະຫານເຮືອອາເມລິກາ ຢ້ຽມຢາມ ຫວຽດນາມ.

ໃນຂອບເຂດບັນດາກຳປັ່ນຂອງທະຫານເຮືອອາເມລິກາ ມາຢ້ຽມຢາມຫວຽດນາມ, ສອງຝ່າຍໄດ້ຈັດຕັ້ງການອົບຮົມຫັດແອບຮ່ວມຢູ່ທະເລ, ແລກປ່ຽນວິຊາການກ່ຽວກັບການຊອກຫາກູ້ໄພ, ກົດໝາຍທະເລ... ຜ່ານນັ້ນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈລະຫວ່າງກຳລັງທະຫານເຮືອສອງປະເທດ.

leftcenterrightdel
ສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: ກວາງມິງ

ສ່ວນທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ສະແດງຄວາມຂອບອົກຂອບໃຈການຕ້ອນຮັບຢ່າງສົມກຽດຂອງກອງບັນຊາການທະຫານເຮືອ ທີ່ສະຫງວນໃຫ້ແກ່ຄະນະ; ພ້ອມທັງຕີລາຄາສູງການເຕີບໃຫຍ່ເຂັ້ມແຂງຂອງທະຫານເຮືອຫວຽດນາມ; ຫວັງວ່າທະຫານເຮືອຫວຽດນາມ ແລະທະຫານເຮືອອາເມລິກາ ຈະສືບຕໍ່ສົມທົບກັນໃນທຸກຂົງເຂດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ.

ໂດຍ: ແສງເດືອນ