ພົນເອກ ຟານວັນຢາງ ພົບປະເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ
ກປ.ອອນໄລ - ຕອນເຊົ້າວັນທີ 22 ກໍລະກົດ, ພາຍຫຼັງພິທີຕ້ອນຮັບຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Chan Chun Sing ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ເນື່ອງໃນໂອກາດມາຢ້ຽມຢາມກະຊວງປ້ອງກັນປະເທດຫວຽດນາມ.
    |
 |
ທ່ານພົນເອກ ຟານວັນຢາງ ທີ່ການພົບປະເຈລະຈາ. ພາບ: ຫວຽດຈູງ |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະສິງກະໂປ ແມ່ນສອງປະເທດສະມາຊິກທີ່ຕັ້ງໜ້າໃນຊາຍຄາລວມອາຊຽນ ແລະມີການພົວພັນມິດຕະພາບອັນດີງາມ. ສອງປະເທດມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງ ແລະຜົນປະໂຫຍດຍຸດທະສາດທີ່ຄ້າຍຄືກັນ. ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2025 ແມ່ນຂີດໝາຍປະຫວັດສາດ, ເປີດໜ້າໃໝ່ໃນການພົວພັນລະຫວ່າງສອງພັກ, ສອງລັດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຫວຽດຈູງ |
ທ່ານພົນເອກ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ ແລະຈຸດສຸມໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາກົນໄກປຶກສາຫາລື, ເຈລະຈາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ບໍາລຸງສ້າງ; ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ; ເສນາຮັກ; ເພີ່ມທະວີການແບ່ງປັນບົດຮຽນດ້ານວິຊາການ, ພົບປະແລກປ່ຽນນາຍທະຫານໜຸ່ມ; ສືບຕໍ່ປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫຼາຍຝ່າຍໃນອາຊຽນ ແລະບັນດາເຫດການສາກົນທີ່ແຕ່ລະຝ່າຍຈັດຕັ້ງ.
    |
 |
ທ່ານ Chan Chun Sing ແລກປ່ຽນກັບທ່ານພົນເອກ ຟານວັນຢາງ ທີ່ການພົບປະເຈລະຈາ. ພາບ: ຫວຽດຈູງ |
    |
 |
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Chan Chun Sing. ພາບ: ຫວຽດຈູງ |
ສ່ວນທ່ານ Chan Chun Sing ເນັ້ນໜັກເຖິງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງແໜ້ນແຟ້ນລະຫວ່າງສິງກະໂປ ແລະຫວຽດນາມ. ທ່ານ Chan Chun Sing ຖືວ່າ ສອງຝ່າຍຕ້ອງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍກວ່າອີກ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ທ່ານ Chan Chun Sing ໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນທີ່ທ່ານພົນເອກ ຟານວັນຢາງ ໄດ້ແລກປ່ຽນ; ຢືນຢັນຄວາມພ້ອມໃນການຕ້ອນຮັບນາຍທະຫານກອງທັບປະຊາຊົນຫວຽດນາມ ໄປບໍາລຸງສ້າງຢູ່ສິງກະໂປ; ເຫັນດີເປັນເອກະພາບວ່າ ສອງຝ່າຍສືບຕໍ່ຮັກສາກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນມຸ່ງໄປເຖິງຜົນສຳເລັດຂອງການເຈລະຈານະໂຍບາຍດ້ານປ້ອງກັນຊາດທີ່ຈະຈັດຂຶ້ນຢູ່ຫວຽດນາມ ໃນໄລຍະຈະມາເຖິງ.
* ຕອນເຊົ້າວັນດຽວກັນ, ທ່ານ Chan Chun Sing ໄດ້ໄປຢ້ຽມຢາມສຳນັກງານກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel).
ໂດຍ: ເຈິ່ນຮວ່ຽນ