ກ່ອນໜ້ານັ້ນ, ວັນທີ 25 ເມສາ, ຝ່າຍ ຈີນ ໄດ້ສົ່ງຈົດໝາຍທາງການສະເໜີຈັດຕັ້ງການຝຶກແອບປະສົມຄັ້ງທຳອິດລະຫວ່າງສອງປະເທດ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບໝາຍໃຫ້ທະຫານເຂດ 1 ສົມທົບກັບຝ່າຍ ຈີນ ຈັດຕັ້ງປະຕິບັດ. ຕ້ອນຮັບຄະນະຜູ້ແທນຫວຽດນາມ, ຝ່າຍ ຈີນ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ.

ຕອນບ່າຍວັນດຽວກັນ, ຢູ່ກອງບັນຊາການປະສົມ, ສອງຝ່າຍໄດ້ດຳເນີນກອງປະຊຸມເຫັນດີເປັນເອກະພາບລາຍລະອຽດບັນດາເນື້ອໃນການຝຶກແອບ, ວາງສະແດງອຸປະກອນ ແລະກວດຜ່ານລາຍການໃຫ້ພິທີເປີດທີ່ໄຂຂຶ້ນໃນວັນທີ 22 ກໍລະກົດ.

leftcenterrightdel
ຜູ້ຕາງໜ້າກອງທັບຈີນ ແລະຫວຽດນາມ ດຳເນີນບັນດາພິທີກ່ອນອອກເມືອງຜ່ານແດນ. ພາບ: qdnd.vn

ການຝຶກແອບປະສົມທະຫານບົກ ຫວຽດນາມ-ຈີນ ໃນປີ 2025 ແມ່ນຄັ້ງທຳອິດທີ່ກຳລັງທະຫານບົກສອງປະເທດໄດ້ດຳເນີນການຝຶກແອບປະສົມ.  ກິດຈະກຳນີ້ມີຄວາມໝາຍຄວາມສຳຄັນທີ່ສຸດ, ເປັນໜຶ່ງໃນບັນດາການເຄື່ອນໄຫວຫັນຖະແຫຼງການຮ່ວມວ່າດ້ວຍການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເປັນລະອຽດ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ; ຊຸກຍູ້ທິດທາງ “6 ກວ່າ” ເຊິ່ງການນຳຂັ້ນສູງສອງປະເທດໄດ້ກຳນົດ, ພິເສດແມ່ນເນື້ອແທ້ “ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມໝັ້ນຄົງຢ່າງແທດຈິງກວ່າ” ໃນ “ປີພົບປະແລກປ່ຽນມະນຸດສາດ ຫວຽດນາມ-ຈີນ 2025”.

ໂດຍ: ທະນາພອນ