ນາຍທະຫານຂອງກະຊວງປ້ອງກັນປະເທດ 3 ຄົນ ຈະໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNISFA ຄ້ັງນີ້ ລວມມີ: ພັນໂທ ຮວ່າງກ໊ວກອານ, ພະນັກງານສະຖາບັນຄົ້ນຄວ້າອຸປະໂພກ-ບໍລິໂພກ, ກົມໃຫຍ່ພະລາທິການ-ເຕັກນິກ, ແທນໃຫ້ພັນໂທ ນາງ ຫງວຽນທິແທງລວານ, ດໍາລົງຕໍາແໜ່ງເປັນນາຍທະຫານເສນາ-ພະລາ; ພັນຕີ ໂງກວກເກື່ອງ ພະນັກງານກົມຮັກສາສັນຕິພາບຫວຽດນາມ, ແທນໃຫ້ພັນຕີ ຫງວຽນດຶກແຢວງ, ດໍາລົງຕໍາແໜ່ງເປັນນາຍທະຫານເສນາສູ້ຮົບ; ຮ້ອຍເອກພິເສດ ຟ້າມຝູຫາຍ ພະນັກງານກົມຮັກສາສັນຕິພາບຫວຽດນາມ, ແທນໃຫ້ພັນເອກ ນາງ ຫງວຽນທິລຽນ, ດໍາລົງຕໍາແໜ່ງເປັນນາຍທະຫານເສນາປະສານງານທະຫານ-ພົນລະເຮືອນ. ນາຍທະຫານ ທັງ 3 ຄົນ ລ້ວນແຕ່ໄດ້ຜ່ານຜ່າວິວັັດການກວດກາ, ຄັດເລືອກ, ຝຶກແອບ, ບໍາລຸງກໍ່ສ້າງຢ່າງມີແບບມີແຜນ, ກໍ່ຄືຕີລາຄາ, ຜ່ານການສອບເສັງທີ່ເຄັ່ງຄັດຂອງ ສປຊ. ພິເສດ, ທ່ານພັນຕີ ໂງກວກເກື່ອງ ແລະຮ້ອຍເອກພິເສດ ຟ້າມຝູຫາຍ ເຄີຍປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ, ຜ່ານນັ້ນ ມີບົດຮຽນປະສົບການຕົວຈິງຫຼາຍແລ້ວ.

leftcenterrightdel
ທ່ານພົນໂທ ຝຸ່ງສີ້ເຕີນ ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ນາຍທະຫານກອງທັບປະຊາຊົນ 3 ຄົນ. ພາບ: qdnd.vn

ມອບໜ້າທີ່ໃຫ້ນາຍທະຫານ 3 ຄົນ ກຽມເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ, ທ່ານພົນໂທ ຝຸ່ງສີ້ເຕີນ ຮຽກຮ້ອງໃຫ້ບັນດານາຍທະຫານ ຊຶມ, ປະຕິບັດທັດສະນະ, ແນວທາງການທູດຂອງພັກ, ລັດ ແລະກອງທັບຢ່າງເຂ້ັມງວດ; ປະຕິບັດລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ, ຂໍ້ກໍານົດຂອງ ສປຊ, ກົດໝາຍປະເທດປະຈໍາຖິ່ນ, ການແນະນໍາຂອງອົງການທີ່ກ່ຽວຂ້ອງ ແລະກົມຮັກສາສັນຕິພາບຫວຽດນາມ; ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ ໃນຕະຫຼອດວິວັດການປະຕິບັດໜ້າທີ່. ການເຄື່ອນໄຫວໃນສະພາບແວດລ້ອມນາໆຊາດ, ບັນດານາຍທະຫານ ຕ້ອງຮັບປະກັນຄວາມປອດໄພກ່ຽວກັບຄົນ ແລະອຸປະກອນຢ່າງເດັດຂາດ. ພ້ອມກັນນັ້ນ, ນາຍທະຫານ 3 ຄົນຕ້ອງກໍາແໜ້ນສະພາບການບໍລິເວນ, ຍົກສູງເຈດຈໍານົງຕັດສິນໃຈ, ຈິດໃຈແກ້ໄຂຄວາມຫຍຸ້ງຍາກປະຕິບັດໜ້າທີ່ເປັນຢ່າງດີ. ໝາກຜົນການປະຕິບັດສໍາເລັດໜ້າທີ່ຂອງແຕ່ລະຄົນແມ່ນສະແດງໃຫ້ເຫັນຄຸນທາດ, ເຈດຈໍານົງທະຫານລຸງໂຮ່, ສືບຕໍ່ປະກອບສ່ວນແຜ່ຂະຫຍາຍຮູບພາບທີ່ດີງາມຂອງປະເທດ ແລະຊາວຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໃນເວທີປາໄສສາກົນ...

ໂດຍ: ໄຊນີດາ