ເຂົ້າຮ່ວມພິທີຕ້ອນຮັບມີທ່ານພົນໂທ ຫງວຽນຮົ່ງທ໊າຍ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ການຢ້ຽມຢາມຂອງທ່ານ Chan Chun Sing ເພື່ອແນໃສ່ຮັກສາການພົບປະຂັ້ນສູງ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ສອງກອງທັບ; ແມ່ນກາລະໂອກາດເພື່ອສອງຝ່າຍແລກປ່ຽນກໍານົດທິດການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ.

ໃນໄລຍະຜ່ານມາ, ພ້ອມກັບການພັດທະນາອັນດີງາມຂອງການພົວພັນສອງຝ່າຍ, ການຮ່ວມມືດ້ານປ້ອງກັນຊາດ  ຫວຽດນາມ-ສິງກະໂປ ບັນລຸໄດ້ບັນດາໝາກຜົນສຳຄັນໃນຫຼາຍຂົງເຂດ. ການນຳກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດຢ້ຽມຢາມກັນເປັນປະຈຳ ແລະພົບປະຢູ່ນອກບັນດາເຫດການຫຼາຍຝ່າຍ. ສອງຝ່າຍຮັກສາກົນໄກປຶກສາຫາລື, ເຈລະຈາ, ບຳລຸງສ້າງຊັບພະຍາກອນມະນຸດ, ພົບປະແລກປ່ຽນນາຍທະຫານໜຸ່ມ, ສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນຢູ່ເວທີປາໄສຫຼາຍຝ່າຍໂດຍອາຊຽນ ນໍາພາ...

ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນມີນາ 2025 ໄດ້ເປີດໜ້າໃໝ່ໃນການພົວພັນລະຫວ່າງສອງປະເທດ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ ໄດ້ຮັບຄວາມຄອງຄອຍຈະມີບາດກ້າວໃໝ່, ເຂັ້ມແຂງກວ່າ, ແທດຈິງ ແລະມີປະສິດທິຜົນກວ່າ, ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນຂອງການພົວພັນ ຫວຽດນາມ-ສິງກະໂປ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາວັດທະນາຖາວອນຂອງພາກພື້ນ ແລະໂລກ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານ Chan Chun Sing. ພາບ: ຫວຽດຈູງ
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Chan Chun Sing ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຫວຽດຈູງ
leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານພິທີຕ້ອນຮັບທ່ານ Chan Chun Sing. ພາບ: ຫວຽດຈູງ
leftcenterrightdel
ທ່ານພົນເອກ ຟານວັນຢາງ ແນະນໍາໃຫ້ທ່ານ Chan Chun Sing ບັນດາສະມາຊິກຄະນະຜູ້ແທນຫວຽດນາມ. ພາບ: ຫວຽດຈູງ
leftcenterrightdel
ທ່ານ Chan Chun Sing ແນະນໍາໃຫ້ທ່ານພົນເອກ ຟານວັນຢາງ ບັນດາສະມາຊິກຄະນະຜູ້ແທນສິງກະໂປ. ພາບ: ຫວຽດຈູງ
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Chan Chun Sing ທີ່ພິທີຕ້ອນຮັບ. ພາບ: ຫວຽດຈູງ
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Chan Chun Sing ພ້ອມດ້ວຍສະມາຊິກສອງຄະນະ. ພາບ: ຫວຽດຈູງ

ໂດຍ: ເຈິ່ນຮວ່ຽນ