ລັດຖະມົນຕີ ຟານວັນຢາງ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດອີຕາລີ
ກປ.ອອນໄລ - ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Matteo Perego di Cremnago ຮອງລັດຖະມົນຕີກະຊວງປ້ອງກັນປະເທດອີຕາລີ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອີຕາລີ ຄັ້ງທີ 5.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Matteo Perego di Cremnago ຮອງລັດຖະມົນຕີກະຊວງປ້ອງກັນປະເທດອີຕາລີ. ພາບ: ຮ່າເຟືອງ |
ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາການພົວພັນ ຫວຽດນາມ-ອີຕາລີ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ນັບມື້ນັບໝັ້ນແກ່ນ, ເຂົ້າສູ່ລວງເລິກ ແລະພັດທະນາຮອບດ້ານໃນທຸກຂົງເຂດ. ຕີລາຄາສູງໝາກຜົນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອີຕາລີ ຄັ້ງທີ 5, ທ່ານພົນເອກ ຟານວັນຢາງ ຮັບຮູ້ໝາກຜົນຕັ້ງໜ້າກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ.
ທ່ານພົນເອກ ຟານວັນຢາງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ບໍາລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ເປີດກວ້າງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄວາມປອດໄພດ້ານໄຊເບີ, ວັດທະນະທຳ-ກິລາ, ການທະຫານ, ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ... ກະຊວງປ້ອງກັນປະເທດຫວຽດນາມ ຈະຊີ້ນຳອົງການທີ່ກ່ຽວຂ້ອງຜັນຂະຫຍາຍບັນດາກໍານົດທິດການຮ່ວມມືບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ແລະເນື້ອໃນທີ່ໄດ້ຮັບການເຫັນດີເປັນເອກະພາບທີ່ການເຈລະຈາຄັ້ງນີ້ຢ່າງມີປະສິດທິຜົນ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອີຕາລີ ໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະແທດຈິງ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນທີ່ ລະນຶກໃຫ້ແກ່ທ່ານ Matteo Perego di Cremnago ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອີຕາລີ. ພາບ: ຮ່າເຟືອງ |
ສ່ວນທ່ານ Matteo Perego di Cremnago ສະແດງຄວາມຂອບໃຈທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ. ພ້ອມທັງແຈ້ງໃຫ້ທ່ານພົນເອກ ຟານວັນຢາງ ຮັບຊາບກ່ຽວກັບໝາກຜົນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອີຕາລີ ຄັ້ງທີ 5, ທ່ານ Matteo Perego di Cremnago ສະແດງຄວາມເຊື່ອໝັ້ນວ່າ ບົນເນື້ອໃນຈິດໃຈແລກປ່ຽນຢ່າງກົງໄປກົງມາ, ຕັ້ງໜ້າ, ການເຈລະຈາຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອີຕາລີ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ