leftcenterrightdel
ບັນຍາກາດທີ່ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອີຕາລີ ຄັ້ງທີ 5. ພາບ: ຮ່າເຟືອງ

ທີ່ການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມທີ່ຈະຕ້ອນຮັບນາຍ ແລະພົນທະຫານອີຕາລີ ເຂົ້າຮ່ວມຊຸດເຈົ້າໜ້າທີ່ປ້ອງກັນຊາດສາກົນຢູ່ວິທະຍາຄານປ້ອງກັນຊາດ ແລະຮຽນພາສາຫວຽດນາມ ຢູ່ວິທະຍາຄານວິທະຍາສາດການທະຫານ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສຸມໃສ່ຄົ້ນຄວ້າຄວາມສາມາດລົງນາມເອກະສານຮ່ວມມື; ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບໍາລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ການຮັກສາສັນຕິພາບສະຫະປະຊາຊາດ; ຄົ້ນຄວ້າ, ເປີດກວ້າງກົນໄກ, ຮູບການແລກປ່ຽນ, ປຶກສາຫາລືແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ ແລະໃນຂອບເຂດອາຊຽນ-ສະຫະພາບເອີລົບ (ອີຢູ); ຝ່າຍ ອີຕາລີ ມີທັດສະນະສະໜັບສະໜູນເພື່ອ ອີຢູ ຍົກເລີກ “ບັດເຫຼືອງ” IUU ໃຫ້ຫວຽດນາມ ໂດຍໄວ; ສະໜັບສະໜູນຫວຽດນາມ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ກັບ ອີຢູ ຕາມສັນຍາກ່ຽວກັບສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ເຂົ້າໃນການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ (FPA).

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Matteo Perego di Cremnago ຮອງລັດຖະມົນຕີກະຊວງປ້ອງກັນປະເທດອີຕາລີ. ພາບ: ຮ່າເຟືອງ

ສ່ວນທ່ານ Matteo Perego di Cremnago ຢືນຢັນວ່າ ຫວຽດນາມ ແລະອີຕາລີ ລ້ວນແຕ່ແບ່ງປັນວິໄສທັດສໍາລັບສະພາບການໂລກ, ປາດຖະໜາຢາກນຳສັນຕິພາບ, ສະຖຽນລະພາບໃຫ້ພາກພື້ນ ແລະທົ່ວໂລກ, ເອົາໃຈໃສ່ເຖິງພາລະກຳສາກົນອັນສູງສົ່ງ, ກໍ່ຄືການພັດທະນາເຕັກໂນໂລຢີໃໝ່. ແບ່ງປັນກັບເນື້ອໃນເຊິ່ງທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຍົກດັ່ງກ່າວ, ທ່ານ Matteo Perego di Cremnago ໃຫ້ຮູ້ວ່າ, ອີຕາລີ ມີຄວາມສາມາດກ່ຽວກັບການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ, ພ້ອມທີ່ຈະຮ່ວມມືກັບຫວຽດນາມ ໃນຂົງເຂດນີ້, ພ້ອມທັງຢືນຢັນຄວາມເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ຢ່າງແຂງແຮງກວ່າໃນໄລຍະຈະມາເຖິງ.

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກການເຈລະຈາ ແລະໜັງສືເຈດຈໍານົງວ່າດ້ວຍການສ້າງຕັ້ງກຸ່ມເຮັດວຽກກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດອຸປະກອນປ້ອງກັນຊາດ.

ໂດຍ: ເຈິ່ນຮວ່ຽນ