ປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ
ກປ.ອອນໄລ - ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ແຂວງ ໄຕນິງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກໍາປູເຈຍ ຄັ້ງທີ 2.
ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມ. ສ່ວນຝ່າຍກຳປູເຈຍ ມີທ່ານພົນເອກ Phat Vibolsopheak, ຮອງຫົວໜ້າກົມໃຫຍ່ນະໂຍບາຍ ແລະການພົວພັນຕ່າງປະເທດ ທັງເປັນຫົວໜ້າກົມພົວພັນສາສົນ, ກະຊວງປ້ອງກັນປະເທດກຳປູເຈຍ, ຫົວໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດກຳປູເຈຍ.
    |
 |
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ມິງຫງວຽນ |
ທີ່ກອງປະຊຸມ, ບັນດາອົງການກ່ຽວຂ້ອງ, ກົມກອງຂອງກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 7 ໄດ້ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກໍາປູເຈຍ. ຕາມແຜນການ, ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກໍາປູເຈຍ ລວມມີກິດຈະກຳຕົ້ນຕໍ, ຄື: ພິທີຕ້ອນຮັບ, ສົ່ງຄະນະຜູ້ແທນຂັ້ນສູງ; ປູກຕົ້ນໄມ້ມິດຕະພາບ; ການຝຶກຊ້ອມຮ່ວມທາງການແພດ; ເປີດນໍາໃຊ້ໂຮງຮຽນປະຖົມສຶກສາ ເບັ໊ນເກົ່າ; ພິທີແຮກສ່ຽວກຸ່ມບ້ານຊຸມຊົນຢູ່ສອງຟາກຊາຍແດນ; ພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມລະຫວ່າງສອງປະເທດ; ຈັດງານລ້ຽງ...
ຢູ່ກໍາປູເຈຍ ຈະໄດ້ດໍາເນີນກິດຈະກໍາ, ຄື: ເລີ່ມລົງມືກໍ່ສ້າງໂຮງຮຽນປະຖົມສຶກສາ Sang Sovanna ຢູ່ແຂວງ Svay Rieng; ຢ້ຽມຢາມກົມກອງຂອງກອງທັບລາຊະອານາຈັກກຳປູເຈຍ. ຢູ່ເຂດດ່ານຊາຍແດນສາກົນ ມົກບ່າຍ (ຫວຽດນາມ) ແລະ ດ່ານຊາຍແດນສາກົນ Bavet (ກຳປູເຈຍ) ຈະດໍາເນີນພິທີເຄົາລົບຫຼັກໝາຍຊາຍແດນ ແລະທາສີຫຼັກໝາຍຊາຍແດນ ເລກທີ 171; ລາດຕະເວນຊາຍແດນຮ່ວມ... ສອງຝ່າຍຍັງດຳເນີນການເຈລະຈາ ແລະຄາດວ່າຈະລົງນາມໃນເອກະສານຮ່ວມມືບາງສະບັບ.
    |
 |
ທ່ານພົນໂທ ຮ່ວາງຊວນຈ໊ຽນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ມິງຫງວຽນ |
ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ຢືນຢັນວ່າ: ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ກໍາປູເຈຍ ແມ່ນໜຶ່ງໃນບັນດາເຫດການການເມືອງ, ການທູດປ້ອງກັນຊາດສຳຄັນທີ່ສຸດ. ເຫດການດັ່ງກ່າວບໍ່ພຽງແຕ່ຈຳກັດໃນຂອບເຂດການທະຫານ, ການປ້ອງກັນຊາດ ຫຼື ການຮ່ວມມືລະຫວ່າງກອງທັບສອງປະເທດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນທັດສະນະການພົວພັນຕ່າງປະເທດຂອງພັກ ແລະລັດຫວຽດນາມ ຕໍ່ກັບລາຊະອານາຈັກ ກຳປູເຈຍ ຢ່າງຈະແຈ້ງ; ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ... ທ່ານພົນໂທ ຮ່ວາງຊວນຈ໊ຽນ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຕ້ອງເປັນເຈົ້າການກະກຽມ, ດັດປັບບາງເນື້ອໃນໃຫ້ເໝາະສົມ, ປະຕິບັດສໍາເລັດແຜນການລວມ ແລະແຜນການລະອຽດຂອງລາຍການພົບປະແລກປ່ຽນໃຫ້ສົມບູນແບບ, ຮັບປະກັນຄວາມແທດຈິງ, ມີປະສິດທິຜົນ, ປອດໄພ... ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະເໜີຝ່າຍກຳປູເຈຍ ປະສານສົມທົບກັບບັນດາອົງການ, ກົມກອງ, ທ້ອງຖິ່ນຂອງຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດເນື້ອໃນກະກຽມໃຫ້ແກ່ງານພົບປະແລກປ່ຽນດັ່ງກ່າວ.
ໂດຍ: ທູຈາງ