ນັກຊ່ຽວຊານອັງກິດ ແລກປ່ຽນກ່ຽວກັບບັນຫາປ້ອງກັນ, ຕ້ານຄວາມຮຸນແຮງທາງເພດສຳພັນທີ່ກ່ຽວຂ້ອງເຖິງການປະທະກັນ ແລະການສວຍໃຊ້, ຂູດຮີດທາງເພດສຳພັນ
ກປ.ອອນໄລ - ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບສະຖານທູດອັງກິດ ແລະໄອແລນເໜືອ ປະຈຳ ຫວຽດນາມ ຈັດຕັ້ງພິທີເປີດກອງປະຊຸມແລກປ່ຽນວິຊາສະເພາະກ່ຽວກັບບັນຫາປ້ອງກັນ, ຕ້ານຄວາມຮຸນແຮງທາງເພດສຳພັນທີ່ກ່ຽວຂ້ອງເຖິງການປະທະກັນ (CRSV) ແລະການສວຍໃຊ້, ຂູດຮີດທາງເພດສຳພັນ (SEA) ໃຫ້ແກ່ພະນັກງານ, ພາລະກອນກອງຊ່າງແສງເລກ 4.
    |
 |
ບັນຍາກາດທີ່ພິທີເປີດ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີເປີດ, ທ່ານພັນເອກພິເສດ ຫງວຽນຍືແກ໋ງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ ການແລກປ່ຽນວິຊາສະເພາະຄັ້ງນີ້ແມ່ນການເຄື່ອນໄຫວທີ່ມີຂອບຂະໜາດ, ມີຄຸນລັກສະນະລົງເລິກແນໃສ່ປະກອບຄວາມຮູ້ ແລະຍົກສູງຄວາມສາມາດໃຫ້ແກ່ພະນັກງານ, ພາລະກອນຂອງກອງຊ່າງແສງເລກ 4 ກ່ອນທີ່ຈະໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ (ສປຊ), ຮັບປະກັນການປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະກົດໝາຍສາກົນວ່າດ້ວຍສິດທິມະນຸດ ກໍ່ຄືມະຕິຂອງສະພາຄວາມໝັ້ນຄົງ ສປຊ.
ການເຄື່ອນໄຫວແລກປ່ຽນວິຊາສະເພາະຄັ້ງນີ້ ດຳເນີນໄປແຕ່ວັນທີ 23 ມິຖຸນາ ຫາວັນທີ 3 ກໍລະກົດ. ກ່ອນໜ້ານັ້ນໄດ້ດໍາເນີນການເຄື່ອນໄຫວແລກປ່ຽນວິຊາສະເພາະໃຫ້ແກ່ພະນັກງານ, ພາລະກອນໂຮງໝໍສະໜາມຂັ້ນ 2 ເລກ 7 ຢູ່ນະຄອນໂຮ່ຈີມິນ.
    |
 |
ຜູ້ແທນຖ່າຍຮູບລວມ. ພາບ: qdnd.vn |
CRSV ແລະ SEA ແມ່ນສອງໃນບັນດາສິ່ງທ້າທາຍທີ່ຮ້າຍແຮງ ແລະສະດຸ້ງໄວທີ່ສຸດທີ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຕ້ອງປະເຊີນໜ້າໃນປັດຈຸບັນ. ສະນັ້ນ, ການຝຶກອົບຮົມລົງເລິກ ແລະຈັດຕັ້ງລາຍການແລກປ່ຽນວິຊາສະເພາະກ່ຽວກັບ CRSV ແລະ SEA ໃຫ້ແກ່ກຳລັງຮັກສາສັນຕິພາບແມ່ນຄວາມຮຽກຮ້ອງຕ້ອງການແບບບັງຄັບ, ມີລັກສະນະຍຸດທະສາດ. ຜ່ານບັນດາຊຸດຝຶກອົບຮົມ, ນາຍທະຫານຈະຮັບຮູ້ຖືກຕ້ອງທາດແທ້, ຮູບແບບ ແລະລະດັບອັນຕະລາຍຂອງ CRSV ແລະ SEA, ກໍາແໜ້ນຂັ້ນຕອນລາຍງານ, ປົກປ້ອງຜູ້ຖືກເຄາະຮ້າຍ ແລະປະສານສົມທົບລະຫວ່າງຂະແໜງ (ພົນລະເຮືອນ-ທະຫານ-ການແພດ-ນິຕິກໍາ). ນອກຈາກນັ້ນ, ນາຍທະຫານຍັງຈະໄດ້ຮັບການຍົກສູງຄວາມຮັບຮູ້ດ້ານຈັນຍາບັນ ແລະທັກສະໃນການຮັບມືກັບສະພາບການ, ປະກອບສ່ວນປົກປັກຮັກສາກຽດສັກສີຂອງຕົນເອງ ແລະຊື່ສຽງຂອງຊາດ.
ໃນການເຄື່ອນໄຫວແລກປ່ຽນວິຊາສະເພາະ, ນັກຊ່ຽວຊານ 5 ຄົນຂອງກະຊວງປ້ອງກັນປະເທດອັງກິດ ກ່ຽວກັບ CRSV ແລະ SEA ຈະແລກປ່ຽນ, ແບ່ງປັນຄວາມຮູ້ ແລະປະສົບການຕົວຈິງທີ່ກ່ຽວຂ້ອງໃຫ້ກອງຊ່າງແສງເລກ 4 ກ່ອນທີ່ຈະໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ.
ໂດຍ: ເຈິ່ນຮວ່ຽນ