ກອງທັບສອງປະເທດ ຫວຽດນາມ-ລາວ ຜັນຂະຫຍາຍແຜນການຮ່ວມມືປີ 2025 ຢ່າງມີປະສິດທິຜົນ
ກປ.ອອນໄລ - ເນື່ອງໃນໂອກາດເດີນທາງຕິດຕາມນໍາທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ກໍລະກົດ, ທ່ານພົນຕີ ຫງວຽນວັນຮ່ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
    |
 |
ທ່ານພົນຕີ ຫງວຽນວັນຮ່ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນການຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະຜ່ານມາ; ເຫັນດີສືບຕໍ່ຜັນຂະຫຍາຍແຜນການຮ່ວມມືປີ 2025 ຢ່າງມີປະສິດທິຜົນ, ແທດຈິງ; ພ້ອມທັງຢືນຢັນວ່າ, ກອງທັບສອງປະເທດຕ້ອງເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະເພີ່ມທະວີການຮ່ວມມືບໍ່ໃຫ້ບັນດາອິດທິກຳລັງເປັນປໍລະປັກມ້າງທໍາລາຍສາຍພົວພັນລະຫວ່າງສອງປະເທດ ກໍ່ຄືສອງກອງທັບ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ; ເພີ່ມທະວີການປົກປັກຮັກສາຄວາມໝັ້ນຄົງຊາຍແດນລະຫວ່າງສອງປະເທດ; ໂຄສະນາ, ການສຶກສາໃຫ້ໄວໜຸ່ມຂອງສອງປະເທດມີຄວາມເຂົ້າໃຈແຈ້ງ, ເລິກເຊິ່ງກວ່າ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ ນັບມື້ນັບໝັ້ນແກ່ນ.
    |
 |
ທ່ານພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ທ່ານພົນຕີ ຫງວຽນວັນຮ່ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຜູ້ແທນທີ່ເຂົ້າຢ້ຽມຂໍ່ານັບ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານພົນໂທ ຄຳລຽງ ອຸທະໄກສອນ ຢືນຢັນວ່າ ເຖິງວ່າສະພາບການພາກພື້ນ ແລະໂລກ ມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ສະເໝີຕົ້ນສະເໝີປາຍ, ກອງທັບ ແລະປະຊາຊົນສອງປະເທດຍັງຍາມໃດກໍ່ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ; ທ່ານໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດລາວ ຈະສົ່ງກຳລັງເຂົ້າຮ່ວມການສວນສະໜາມ, ເດີນຂະບວນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານພົນຕີ ຫງວຽນວັນຮ່ຽນ ສະແດງຄວາມຂອບອົກຂອບໃຈ, ພ້ອມທັງປາດຖະໜາວ່າ ລັດຖະບານ ແລະກອງທັບປະຊາຊົນລາວ ສືບຕໍ່ອຳນວຍຄວາມສະດວກໃຫ້ວິສາຫະກິດຫວຽດນາມ ເວົ້າລວມ, ວິສາຫະກິດຂອງກອງທັບປະຊາຊົນຫວຽດນາມ ເວົ້າສະເພາະລົງທຶນ ແລະດຳເນີນທຸລະກິດຢູ່ ລາວ, ຜ່ານນັ້ນປະກອບສ່ວນໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງລາວ ກໍ່ຄືສຳລັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ.
ໂດຍ: ເຈິ່ນຮວ່ຽນ