ຄະນະສິລະປະກອນ ທະຫານອາກາດໄທພົບປະແລກປ່ຽນ, ສະແດງຢູ່ ຫວຽດນາມ
ກປ.ອອນໄລ - ວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ, ກອງພົນທະຫານອາກາດ 361 (ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ໄດ້ຕ້ອນຮັບຄະນະສິລະປະກອນ ທະຫານອາກາດໄທ ພົບປະແລກປ່ຽນ, ສະແດງສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງທະຫານລູກສອນໄຟຫວຽດນາມ.
ຕ້ອນຮັບຄະນະສິລະປະກອນ ທະຫານອາກາດໄທ ມາພົບປະແລກປ່ຽນ, ທ່ານພັນເອກພິເສດ ເລແອັງຈ໊ຽນ ຫົວໜ້າກອງພົນທະຫານອາກາດ 361 ໄດ້ແນະນໍາໂດຍສັງເຂບກ່ຽວກັບປະຫວັດສາດ, ມູນເຊື້ອ; ໜ້າທີ່, ພາລະບົດບາດຂອງກອງພົນ; ໄດ້ແລກປ່ຽນບາງເນື້ອໃນພື້ນຖານກ່ຽວກັບບັນດາການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງທະຫານລູກສອນໄຟຫວຽດນາມ ໃນໄລຍະຜ່ານມາ.
ບັນດາສະມາຊິກໃນຄະນະປະຕິບັດງານໄດ້ສົ່ງຄຳຂອບໃຈມາຍັງພະນັກງານ, ນັກຮົບຂອງກອງພົນ 361 ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ລອບຄອບຖີ່ຖ້ວນ. ສະຫາຍຫົວໜ້າຄະນະເນັ້ນໜັກວ່າ ການປະຕິບັດງານມາກອງພົນ 361 ມີຄວາມໝາຍເລິກເຊິ່ງ, ຊ່ວຍໃຫ້ບັນດາສະມາຊິກໃນຄະນະກໍາໄດ້ຈຸດພົ້ນເດັ່ນກ່ຽວກັບປະຫວັດສາດ, ມູນເຊື້ອຂອງກອງພົນ, ທະຫານລູກສອນໄຟ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ຜ່ານນັ້ນເພີ່ມທະວີສາຍພົວພັນລະຫວ່າງກອງທັບສອງປະເທດ ຫວຽດນາມ-ໄທ.
ໃນລາຍການ, ຄະນະໄດ້ມີການພົບປະແລກປ່ຽນສິລະປະກັບພະນັກງານ, ນັກຮົບຂອງກອງພົນທະຫານອາກາດ 361 ຈັດຕັ້ງລາຍການສະແດງສິລະປະທີ່ເປັນເອກະລັກສະເພາະເຕັມໄປດ້ວຍວັດທະນະທໍາ, ມູນເຊື້ອຂອງໄທ.
ໂດຍ: ເຈິ່ນຮວ່ຽນ