ທີ່ກອງປະຊຸມ, ຄະນະປະຈຳຄະນະກຳມະການປະສານງານ ໄດ້ຮັບຟັງບັນດາຜູ້ອຳນວຍການໃຫຍ່ສູນເຂດຮ້ອນ ຫວຽດນາມ-ລັດເຊຍ ລາຍງານກ່ຽວກັບໝາກຜົນການຄົ້ນຄ້ວາວິທະຍາສາດແຕ່ເດືອນພະຈິກ 2024 ຫາເດືອນ ພຶດສະພາ 2025; ຮັບຮູ້ ແລະຕີລາຄາສູງໝາກຜົນຂອງການເຄື່ອນໄຫວວິທະຍາສາດ ແລະເຕັກໂນໂລຢີ ແລະການເຄື່ອນໄຫວສ້າງກໍາລັງແຮງບົ່ມຊ້ອນຂອງສູນເຂດຮ້ອນ ຫວຽດນາມ-ລັດເຊຍ ກໍ່ຄືເລື່ອງສູນເຂດຮ້ອນ ຫວຽດນາມ-ລັດເຊຍ ແລະອົງການສະຫະພັນລັດເຊຍ ກ່ຽວກັບການຕິດຕາມກວດກາ, ປົກປ້ອງສິດຂອງຜູ້ໃຊ້ຊອຍ ແລະສະຫວັດດີການມະນຸດຫາກໍ່ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືພັດທະນາພື້ນຖານໂຄງລ່າງຫ້ອງທົດລອງເພື່ອປ້ອງກັນ, ຕ້ານໂລກພະຍາດ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Mogilevsky Konstantin Ilich ເປັນປະທານຮ່ວມກອງປະຊຸມ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, 2 ອະນຸກໍາມະການ ຈະເອົາໃຈໃສ່ຊີ້ນໍາສູນເຂດຮ້ອນ ຫວຽດນາມ-ລັດເຊຍ ເປັນເຈົ້າການ, ເອົາໃຈໃສ່ຍູ້ໄວປະຕິບັດບັນດາໜ້າທີ່, ຄື: ສຸມໃສ່ປັບປຸງຮ່າງເອກະສານໃຫ້ສົມບູນແບບ, ສູ້ຊົນຮອດທ້າຍປີ 2025 ລາຍງານຕໍ່ລັດຖະບານສອງປະເທດລົງນາມໃນອະນຸສັນຍາກ່ຽວກັບການຖ່າຍທອດເຕັກໂນໂລຢີ ຮັບໃຊ້ວຽກງານຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນ ຫວຽດນາມ-ລັດເຊຍ; ສືບຕໍ່ແກ້ໄຂບັນດາລະບຽບການສ້າງຕັ້ງສູນເຂດຮ້ອນ ແລະປັບຕົວກັບເຕັກໂນໂລຢີເພື່ອລາຍງານໃນກອງປະຊຸມຄັ້ງຕໍ່ໄປ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ສິ້ນສຸດກອງປະຊຸມ, ຫົວໜ້າຄະນະຂອງສອງຝ່າຍໄດ້ແລກປ່ຽນບົດບັນທຶກມອບ-ຮັບກໍາປັ່ນຄົ້ນຄວ້າວິທະຍາສາດ “ສາດສະດາຈານ Gagarinsky” ແລະລົງນາມໃນບົດບັນທຶກກອງປະຊຸມ.

* ກ່ອນໜ້ານັ້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການເຮັດວຽກກັບທ່ານພົນໂທ Viktor Nikolayevich Liina, ຜູ້ບັນຊາການກອງກຳປັ່ນປາຊີຟິກສະຫະພັນລັດເຊຍ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຄວນສຸມໃສ່ຊຸກຍູ້ບັນດາເນື້ອໃນຮ່ວມມື, ຄື: ຮັກສາບັນດາກົນໄກຮ່ວມມື, ບຳລຸງສ້າງ, ຮ່ວມມືເຫຼົ່າຮົບ, ເຫຼົ່າທັບ, ຮ່ວມມືຄົ້ນຄວ້າວິທະຍາສາດຢ່າງມີປະສິດທິຜົນ; ສົມທົບກັນ, ປຶກສາຫາລືຢ່າງມີປະສິດທິຜົນຢູ່ບັນດາກົນໄກ ແລະເວທີປາໄສການຫຼາຍຝ່າຍສາກົນກ່ຽວກັບດ້ານປ້ອງກັນຊາດ... ທ່ານພົນໂທ Liina ໃຫ້ຮູ້ວ່າ ສະຫະພັນລັດເຊຍ ມີປະສົບການຫຼາຍຢ່າງໃນບັນດາຂົງເຂດຮ່ວມມືຈຸດສຸມ ເຊິ່ງທ່ານພົນໂທ ຮວ່າງຊວນຈ໊ຽນ ເຕື້ອງເຖິງ ແລະພ້ອມແລ້ວທີ່ຈະຮ່ວມມືບົນພື້ນຖານຂໍ້ສະເໜີ ກໍ່ຄືຄວາມຕ້ອງການຂອງຝ່າຍຫວຽດນາມ.

ໂດຍ: ທະນາພອນ