ພົນເອກ ຟານວັນຢາງ ພົບປະເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ວັນທີ 12 ພຶດສະພາ, ຢູ່ນະຄອນຫຼວງ Minsk, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານພົນຕີ Khrenin Viktor Gennadievich ລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນຕີ Khrenin Viktor Gennadievich ລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ. ພາບ: ທູຈາງ |
ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ສະແດງຄວາມປິຕິຊົມຊື່ນ ແລະເຫັນດີເປັນເອກະພາບຖືວ່າ ເລື່ອງຫວຽດນາມ ແລະເບລາຣຸດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ແມ່ນພື້ນຖານ ແລະກຳລັງໜູນ ເພື່ອສອງປະເທດກ້າວເຂົ້າສູ່ໄລຍະການຮ່ວມມືໃໝ່ໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຊີ້ນໍາບັນດາອົງການ, ກົມກອງຂອງສອງກະຊວງປ້ອງກັນປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2025 ຢ່າງມີປະສິດທິຜົນ; ຄົ້ນຄວ້າ, ພິຈາລະນາເປີດກວ້າງການຮ່ວມມືກ່ຽວກັບການບໍາລຸງສ້າງຜ່ານຫຼັກສູດໄລຍະສັ້ນ, ແລກປ່ຽນບົດຮຽນໃນຂົງເຂດເຊິ່ງສອງຝ່າຍມີທ່າແຮງ ແລະຄວາມຕ້ອງການ; ເພີ່ມທະວີການຮ່ວມມືດ້ານເຕັກນິກການທະຫານ; ສະໜັບສະໜູນ ແລະເຂົ້າຮ່ວມເຫດການຫຼາຍຝ່າຍສາກົນໂດຍກະຊວງປ້ອງກັນປະເທດສອງປະເທດ ຈັດຕັ້ງ...
    |
 |
ສະມາຊິກຄະນະຜູ້ແທນຫວຽດນາມ ທີ່ການພົບປະເຈລະຈາ. ພາບ: ທູຈາງ |
    |
 |
ສະມາຊິກຄະນະຜູ້ແທນເບລາຣຸດ ທີ່ການພົບປະເຈລະຈາ. ພາບ: ທູຈາງ |
ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງທ່ານພົນເອກ ຟານວັນຢາງ ແລະບັນດາບັນຫາທີ່ສອງຝ່າຍໄດ້ແລກປ່ຽນແນໃສ່ເພີ່ມທະວີການຮ່ວມມື, ທ່ານພົນຕີ Khrenin Viktor Gennadievich ສະແດງຄວາມເຊື່ອໝັ້ນວ່າ ການພົບປະເຈລະຈາຄັ້ງນີ້ຈະນໍາການພົວພັນດ້ານປ້ອງກັນຊາດສອງຝ່າຍສືບຕໍ່ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ເບລາຣຸດ ໃຫ້ນັບມື້ນັບພັດທະນາ, ສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ທູຈາງ |
ພາຍຫຼັງການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນຕີ Khrenin Viktor Gennadievich ໄດ້ເປັນສັກຂີພິຍານພິທີລົງນາມໃນກົດລະບຽບການເຄື່ອນໄຫວຂອງກຸ່ມປະຕິບັດງານສອງຝ່າຍກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ເບລາຣຸດ. ກ່ອນໜ້ານັ້ນ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ໂຕເລິມ ແລະທ່ານ Aleksandr Lukashenko ປະທານາທິບໍດີເບລາຣຸດ, ລັດຖະມົນຕີສອງທ່ານ ໄດ້ມອບຈົດໝາຍເຈດຕະນາກ່ຽວກັບການເພີ່ມທະວີການຮ່ວມມືບໍາລຸງສ້າງນາຍ ແລະພົນທະຫານ ແລະນັກຊ່ຽວຊານລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດເບລາຣຸດ.
* ຕອນບ່າຍວັນທີ 11 ພຶດສະພາ, ຢູ່ນະຄອນຫຼວງ Minsk, ໃນຂອບເຂດການພົບປະຂອງທ່ານ ໂຕເລິມ ກັບສະມາຄົມມິດຕະພາບ ແລະພົບປະແລກປ່ຽນວັດທະນະທໍາກັບຕ່າງປະເທດຂອງ ເບລາຣຸດ, ສະມາຄົມມິດຕະພາບ ເບລາຣຸດ-ຫວຽດນາມ ແລະອະດີດນັກຊ່ຽວຊານເບລາຣຸດ ທີ່ເຄີຍຊ່ວຍເຫຼືອຫວຽດນາມ, ທ່ານພົນເອກ ຟານວັນຢາງ ໄດ້ມີການພົບປະກັບທ່ານ Braga Vasili Ivanovich, ປະທານສະຫະພັນນັກຮົບເກົ່າເບລາຣຸດ ທີ່ເຄີຍເຂົ້າຮ່ວມຊ່ວຍເຫຼືອຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ