leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານ Arif Havas Oegroseno ຮອງລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ. ພາບ:qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ ຫວຽດນາມ-ອິນໂດເນເຊຍ ແລະໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ໂດຍສອງຝ່າຍ, ເປັນຕົ້ນແມ່ນໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກົນໄກທາບທາມຄໍາເຫັນ ແລະການໂອ້ລົມສົນທະນາ; ການຮ່ວມມືລະຫວ່າງເຫຼົ່າທັບ-ເຫຼົ່າຮົບ; ການບໍາລຸງສ້າງ; ການແລກປ່ຽນຂໍ້ມູນຂ່າວສານ; ການຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ. ພິເສດ,  ສອງຝ່າຍຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສ, ກົນໄກຫຼາຍຝ່າຍ ແລະເຫດການສາກົນທີ່ແຕ່ລະຝ່າຍຈັດຕັ້ງ.

ໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ສອງຝ່າຍຈະເພີ່ມທະວີການຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ; ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ ແລະສະພາບການ, ສົມທົບກັນແກ້ໄຂບັນຫາທີ່ເກີດຂຶ້ນຢູ່ທະເລ; ການຮ່ວມມືໃນຂົງເຂດບໍາລຸງກໍ່ສ້າງຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນໃຫ້ທ່ານ Arif Havas Oegroseno ຮອງລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ. ພາບ:qdnd.vn

ສ່ວນທ່ານ Arif Havas Oegroseno ຢືນຢັນວ່າ ອິນໂດເນເຊຍ ແລະຫວຽດນາມ ແມ່ນສອງປະເທດມີສາຍພົວພັນແບບພິເສດ, ມີຈຸດຄ້າຍຄືກັນຫຼາຍຢ່າງໃນວິວັດການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ. ທ່ານ Arif Havas Oegroseno  ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ, ຊຸກຍູ້ການຮ່ວມມືໃນຂົງເຂດຄວາມໝັ້ນຄົງດ້ານພະລັງງານ, ການຮ່ວມມືລະຫວ່າງເຫຼົ່າທັບ-ເຫຼົ່າຮົບ, ພິເສດແມ່ນກໍາລັງທະຫານເຮືອ ແລະຕໍາຫຼວດທະເລ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ Arif Havas Oegroseno ໄດ້ເຊື້ອເຊີນຜູ້ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອິນໂດເນເຊຍ (Indo Defence Expo & Forum) ເຊິ່ງຄາດວ່າຈະດຳເນີນໃນເດືອນມິຖຸນາ ປີ 2025.

ໂດຍ: ທູຈາງ