leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ທູຈາງ

ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ເຫັນດີເປັນເອກະພາບໃນໄລຍະຈະມາເຖິງສຸມໃສ່ປະຕິບັດອະນຸສັນຍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2025-2029 ແລະແຜນການຮ່ວມມືປີ 2025 ຢ່າງມີປະສິດທິຜົນ, ຮອບດ້ານ. ໃນນັ້ນ, ຜັນຂະຫຍາຍບັນດາເນື້ອໃນຢ່າງຄົບຖ້ວນ, ມີປະສິດທິຜົນ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກົນໄກຮ່ວມມື, ເປັນຕົ້ນແມ່ນກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ເພີ່ມທະວີການຮ່ວມມືໃນວຽກງານພັກ, ວຽກງານການເມືອງ, ຈຸດສຸມແມ່ນໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ; ເພີ່ມທະວີການຮ່ວມມືຫຼາຍຝ່າຍ; ຮັກສາກົນໄກການພົບປະປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກຳປູເຈຍ; ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະການພັດທະນາຊັບພະຍາກອນມະນຸດ; ເພີ່ມທະວີການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ... ທ່ານພົນເອກ ຟານວັນຢາງ ຫວັງວ່າ ລັດຖະບານ ແລະກະຊວງປ້ອງກັນປະເທດລາວ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຫວຽດນາມ, ໃນນັ້ນມີ ວິສາຫະກິດຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການລົງທຶນ ແລະດໍາເນີນທຸລະກິດຢູ່ລາວ ໃນຂົງເຂດຕ່າງໆ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ພົບປະກັບທ່ານພົນໂທ ຄຳລຽງ ອຸທະໄກສອນ. ພາບ: ທູຈາງ

ທ່ານພົນເອກ ຟານວັນຢາງ ສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດລາວ ທີ່ໄດ້ສົ່ງນາຍ ແລະພົນທະຫານມາຫວຽດນາມ ເຂົ້າຮ່ວມການເດີນຂະບວນສວນສະໜາມທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ; ຕີລາຄາສູງຈິດໃຈ ແລະຄວາມມານະພະຍາຍາມຂອງພະນັກງານ, ນັກຮົບກອງທັບປະຊາຊົນລາວ ໃນວິວັດການຝຶກແອບ ໃນໄລຍະຜ່ານມາ; ສະແດງຄວາມປາດຖະໜາຢາກຕ້ອນຮັບທ່ານພົນໂທ ຄຳລຽງ ອຸທະໄກສອນ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາວ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານພົນໂທ ຄຳລຽງ ອຸທະໄກສອນ ແລະບັນດາຜູ້ແທນທີ່ການພົບປະ. ພາບ: ທູຈາງ

ທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄໍາເຊື້ອເຊີນທ່ານພົນເອກ ຟານວັນຢາງ; ຢືນຢັນວ່າຈະເຂົ້າຮ່ວມ ແລະປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງພິທີສະເຫຼີມສະຫຼອງ, ປະກອບສ່ວນສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີຊີວິດຊີວາ.

ໂດຍ: ເຈິ່ນຮວ່ຽນ