ນັກຂ່າວ: ກ່ອນອື່ນໝົດ, ສະເໜີສະຫາຍແຈ້ງບັນດາໝາກຜົນ ເຊິ່ງຄະນະກອງທັບປະຊາຊົນຫວຽດນາມ ບັນລຸໄດ້ໃນການໄປຊ່ວຍເຫຼືອປະເທດເພື່ອນມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ?
ທ່ານພົນຈັດຕະວາ ຟ້າມວັນຕີ້: ໂດຍປະຕິບັດຕາມການຊີ້ນຳຂອງຜູ້ປະຈຳການຄະນະເລຂາທິການ, ນາຍົກລັດຖະມົນຕີ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດສົ່ງຄະນະລວມມີນາຍ ແລະພົນທະຫານຈຳນວນ 80 ຄົນ ໄປຍັງມຽນມາ ເຂົ້າຮ່ວມການກູ້ຊີບກູ້ໄພ ແຕ່ວັນທີ 30 ມີນາ. ພາຍຫຼັງໄປຮອດສະໜາມບິນ Yangon, ຄະນະໄດ້ເຄື່ອນຍ້າຍດ້ວຍລົດໄປຮອດນະຄອນຫຼວງ Naypyidaw ເຊິ່ງມີໄລຍະທາງກວ່າ 500km, ໃນຕອນກາງຄືນ ແລະຕອນເຊົ້າມື້ຕໍ່ມາໄດ້ເຮັດວຽກກັບອົງການທີ່ກ່ຽວຂ້ອງຂອງ ມຽນມາ ເພື່ອກຳນົດເຂດຊອກຫາ, ກໍ່ຄືວິທີການປະສານສົມທົບເພື່ອຮັບປະກັນໃຫ້ວຽກງານຊອກຫາໄດ້ດຳເນີນໄປຢ່າງສະດວກ ແລະມີປະສິດທິຜົນທີ່ສຸດ.
ຢູ່ Naypyidaw, ຄະນະໄດ້ຜັນຂະຫຍາຍໜ້າທີ່ຊອກຫາຜູ້ຖືກເຄາະຮ້າຍຢູ່ 3 ບ່ອນ, ລວມມີຄອນໂດ Bala Tidi, ໂຮງໝໍ Ottara Thiri ແລະໂຮງແຮມ Aye Chan Thar. ຢູ່ 3 ບ່ອນນີ້, ຄະນະໄດ້ນໍາໃຊ້ໝາດົມກິ່ນ ພ້ອມກັບເຄື່ອງຊອກຫາສະເພາະກິດ ພົບເຫັນ 32 ບ່ອນທີ່ມີຜູ້ຖືກເຄາະຮ້າຍ ຕິດຄ້າງຢູ່ໃນຕຶກອາຄານທີ່ຖືກພັງລົງ ແລະດຳເນີນການຊອກຫາຢູ່ 20 ບ່ອນ, ເຄື່ອນຍ້າຍສົບຜູ້ຖືກເຄາະຮ້າຍ 21 ສົບ. ພິເສດ, ຄະນະໄດ້ປະສານສົມທົບກັບກຳລັງກູ້ໄພຂອງມຽນມາ ແລະຕວກກີ ກອບກູ້ຜູ້ລອດຊີວິດ ໄດ້ຄົນໜຶ່ງ ອາຍຸ 26 ປີ. ນອກຈາກນັ້ນ, ຢູ່ບ່ອນດັ່ງກ່າວ, ຄະນະໄດ້ຊອກເຫັນຊັບສິນ, ອຸປະກອນທີ່ມີຄ່າຂຶ້ນເຖິງຫຼາຍແສນໂດລາສະຫະລັດ, ຫຼັງຈາກນັ້ນກໍມອບໃຫ້ໂຮງໝໍ Ottara Thiri ແລະປະຊາຊົນ.
    |
 |
ທ່ານພົນຈັດຕະວາ ຟ້າມວັນຕີ້. ພາບ: ແອັງຫວູ. |
ຄວນເວົ້າຕື່ມອີກວ່າ, ສະພາບດິນຟ້າອາກາດ ຢູ່ເຂດທີ່ຄະນະປະຕິບັດໜ້າທີ່ ມີຄວາມຮ້າຍແຮງ, ອາກາດຮ້ອນອົບເອົ້າ, ຕາມປົກກະຕິອຸນຫະພູມຂຶ້ນສູງເຖິງ 40 ອົງສາ, ສົບຂອງຜູ້ເຄາະຮ້າຍຖືກເນົ່າເປື່ອຍ ຫຼືຖືກຈົມຢູ່ໃນນ້ຳພາໃຫ້ເກີດມົນລະພິດ. ບ່ອນທີ່ຕຶກອາຄານພັງລົງນັ້ນເຕັມໄປດ້ວຍຄວາມອັນຕະລາຍຕໍ່ກັບກຳລັງກູ້ໄພໃນການປະຕິບັດໜ້າທີ່. ຜ່ານການແລກປ່ຽນກັບຝ່າຍ ມຽນມາ, ພວກຂ້າພະເຈົ້າ ໄດ້ຮູ້ວ່າ ກ່ອນໜ້ານັ້ນມີບາງຄະນະກູ້ໄພຕ່າງປະເທດ ໄດ້ມາສຳຫຼວດເຂດດັ່ງກ່າວແລ້ວແຕ່ວ່າບໍ່ໄດ້ລົງມືປະຕິບັດຍ້ອນວ່າມີລັກສະນະສັບສົນ, ອັນຕະລາຍ. ຫົວໜ້າກົມດັບເພີງ, ກູ້ໄພກູ້ຊີບ (ກະຊວງພາຍໃນມຽນມາ) ເຄົາລົບນັບຖືໝາກຜົນດັ່ງກ່າວ ແລະໃຫ້ຮູ້ວ່າ ຄະນະຫວຽດນາມ ແມ່ນຄະນະທີ່ຊອກເຫັນສົບຜູ້ຖືກເຄາະຮ້າຍໄດ້ຫຼາຍທີ່ສຸດ, ພ້ອມທັງມີຫຼາຍກິດຈະກຳທີ່ມີຄວາມໝາຍທີ່ສຸດໃນບັນດາຄະນະກູ້ໄພຕ່າງປະເທດ ທີ່ມານະຄອນຫຼວງ Naypyidaw.
ໄປຄຽງຄູ່ກັບວຽກງານກູ້ໄພ, ຄະນະໄດ້ດຳເນີນການຊ່ວຍເຫຼືອດ້ານມະນຸດສະທຳ ຢູ່ບ່ອນທີ່ໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ, ໃນນັ້ນໄດ້ໜູນຊ່ວຍ ແລະມອບອາຫານແຫ້ງປະລິມານ 40 ໂຕນ ແລະຕູບ (ບໍ່ນັບເຄື່ອງທີ່ກະຊວງປ້ອງກັນປະເທດ ຕົກລົງຊ່ວຍເຫຼືອຕື່ມ) ໃຫ້ແກ່ຝ່າຍ ມຽນມາ; ບັນດາສະມາຊິກໃນຄະນະກໍ່ໄດ້ບໍລິຈາກເງິນ ເພື່ອຊ່ວຍເຫຼືອຄອບຄົວຜູ້ຖືກເຄາະຮ້າຍ ຈຳນວນ 5.000 ໂດລາສະຫະລັດ; ໄດ້ຈັດຕັ້ງການກວດ ແລະແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນທ້ອງຖິ່ນໄດ້ກວ່າ 200 ເທື່ອຄົນ ໃນສະພາບທີ່ໂຮງໝໍຢູ່ Naypyidaw ຖືກເສຍຫາຍຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວ, ຂາດແຄນຢາ ແລະວັດຖຸອຸປະກອນການແພດ.
ໃນໄລຍະເວລາທີ່ຢູ່ມຽນມາ, ຄະນະໄດ້ປະຕິບັດວຽກງານການທູດ, ພົບປະແລກປ່ຽນ ແລະແບ່ງປັນບົດຮຽນກູ້ໄພກູ້ຊີບກັບອົງການກ່ຽວຂ້ອງຂອງມຽນມາ, ຕວກກີ, ສະຫະລັດອາຣັບ ເອມິເຣດ (UAE)...
ນັກຂ່າວ: ຄະນະກອງທັບປະຊາຊົນຫວຽດນາມ ຖອດຖອນໄດ້ບົດຮຽນໃດແດ່ ພາຍຫຼັງໄປປະຕິບັດງານຄັ້ງນີ້, ຂໍຮຽນສະຫາຍ?
ທ່ານພົນຈັດຕະວາ ຟ້າມວັນຕີ້: ເລື່ອງກອງທັບປະຊາຊົນຫວຽດນາມ ຈັດສົ່ງກຳລັງໄປເຂົ້າຮ່ວມການກູ້ໄພເຫດແຜ່ນດິນໄຫວຢູ່ມຽນມາ ໄດ້ປະກອບສ່ວນແຜ່ຂະຫຍາຍຈິດໃຈ ສາກົນອັນສູງສົ່ງ, ມູນເຊື້ອອັນດີງາມຂອງຊາດ ແລະຄຸນທາດຂອງທະຫານລຸງໂຮ່, ພິເສດມີຄວາມໝາຍເລິກເຊິ່ ງໃນການພົວພັນຫວຽດນາມ-ມຽນມາ, ຜ່ານນັ້ນໄດ້ແບ່ງປັນ ແລະຊ່ວຍເຫຼືອປະຊາຊົນປະເທດເພື່ອນຜ່ານຜ່າຄວາມຫຍຸ້ງຍາກທີ່ສຸດໃນໄລຍະປະຈຸບັນ.
ການເຂົ້າຮ່ວມໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ມຽນມາ ກໍ່ຖອດຖອນໄດ້ບັນດາບົດຮຽນອັນລ້ຳຄ່າ ເພື່ອໃຫ້ກຳລັງກູ້ຊີບກູ້ໄພຂອງກອງທັບປະຊາຊົນຫວຽດນາມ ສືບຕໍ່ຍົກສູງກຳລັງຄວາມສາມາດດ້ານວິຊາສະເພາະ. ຕາມຂ້າພະເຈົ້າ, ບັນດາບົດຮຽນນີ້ກໍ່ຕ້ອງໄດ້ສະຫຼຸບ, ຖອດຖອນບົດຮຽນ, ສ້າງເປັນເອກະສານເພື່ອຮັບໃຊ້ການຈັດສົ່ງຄະນະກູ້ຊີບກູ້ໄພ ໄປຕ່າງປະເທດ ແລະເຮັດວຽກໃນສະພາບແວດລ້ອມທີ່ມີຫຼາຍປະເທດເຂົ້າຮ່ວມໃນອະນາຄົດ.
ນັກຂ່າວ: ພາຍຫຼັງຊຸມວັນທີ່ປະຕິບັດໜ້າທີ່ໜັກໜ່ວງ ແລະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ປະຈຸບັນ, ສຸຂະພາບ, ຈິດໃຈຂອງບັນດາສະມາຊິກໃນຄະນະຄືແນວໃດ, ຂໍຮຽນສະຫາຍ?
ທ່ານພົນຈັດຕະວາ ຟ້າມວັນຕີ້: ການຜັນຂະຫຍາຍວຽກງານກະກຽມ ແລະຜັນຂະຫຍາຍຢູ່ພື້ນທີ່ຕົວຈິງ, ຄະນະໄດ້ຮັບການຊີ້ນຳຢ່າງໃກ້ຊິດຕິດແທດ, ເອົາໃຈໃສ່, ລະດົມກຳລັງໃຈຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະບັນດາອົງການກ່ຽວຂ້ອງ. ເມື່ອມີໜ້າຢູ່ມຽນມາ, ຄະນະກໍ່ໄດ້ຮັບການໜູນຊ່ວຍຈາກສະຖານທູດ, ຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳ ມຽນມາ, Mytel-ຮ່ວມທຸລະກິດຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ຢູ່ມຽນມາ ຢ່າງມີປະສິດທິຜົນ... ການໜູນຊ່ວຍ, ລະດົມກໍາລັງໃຈຢ່າງທັນການ ພ້ອມດ້ວຍນ້ຳໃຈຮັບຜິດຊອບ, ສາມັກຄີ, ມີວິໄນດີ, ຄວາມຮູ້ຄວາມສາມາດ ແລະຄຸນທາດຂອງສະມາຊິກໃນຄະນະແຕ່ລະສະຫາຍກໍ່ແມ່ນປັດໄຈຊ່ວຍໃຫ້ພວກຂ້າພະເຈົ້າ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.
ປະຈຸບັນ, ທົ່ວຄະນະມີສຸຂະພາບ ແລະຈິດໃຈດີ ແລະມີຄວາມປິຕິຊົມຊື່ນຍ້ອນວ່າໄດ້ເຮັດສຳເລັດໜ້າທີ່ທີ່ເຕັມໄປດ້ວຍຄວາມໝາຍ, ນັ້ນແມ່ນຊ່ວຍປະເທດ ແລະປະຊາຊົນ ມຽນມາ ບັນເທົາຄວາມເຈັບປວດທຸກໂສກ, ການສູນເສຍອັນໃຫຍ່ຫຼວງຈາກເຫດແຜ່ນດິນໄຫວ.
ດ້ວຍຈິດໃຈທີ່ມີຄວາມຮັບຜິດຊອບ, ຄວາມມານະພະຍາຍາມ ແລະບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານໜູນຊ່ວຍປະເທດເພື່ອນ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຝາກຈົດໝາຍຍ້ອງຍໍຊົມເຊີຍ ແລະລະດົມກຳລັງໃຈ. ຜູ້ບັນຊາຄະນະກໍ່ໄດ້ ສະເໜີກະຊວງປ້ອງກັນປະເທດ ມີການຍ້ອງຍໍຊົມເຊີຍຕາມຮູບການທີ່ເໝາະສົມໃຫ້ແກ່ບັນດາກົມກອງ, ບຸກຄົນທີ່ເຮັດສຳເລັດໜ້າທີ່ໃນການເຂົ້າຮ່ວມກູ້ໄພເຫດແຜ່ນດິນໄຫວ ຢູ່ມຽນມາ.
ນັກຂ່າວ: ຂໍຂອບໃຈສະຫາຍ!
ໂດຍ: ແສງເດືອນ