ຫຼັງຈາກນັ້ນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຜ່ານດ່ານສາກົນຫືວຫງີ້ ມາຮອດຈີນ ເພື່ອເຂົ້າຮ່ວມການເຄື່ອນໄຫວໃນງານພົບປະແລກປ່ຽນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຜູ້ແທນເຄົາລົບຫຼັກໝາຍຊາຍແດນແຫ່ງຊາດ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ທາສີຫຼັກໝາຍຊາຍແດນແຫ່ງຊາດຢູ່ເບື້ອງຫວຽດນາມ. ພາບ: qdnd.vn

ລາຍການຄັ້ງນີ້ລວມມີບັນດາກິດຈະກຳດຳເນີນໃນລະຫວ່າງວັນທີ 16-17 ເມສາ, ຢູ່ເຂດປົກຄອງຕົນເອງເຜົ່າຈວ້າງ, ແຂວງກວາງຊີ (ຈີນ) ແລະແຂວງລ້າງເຊີນ (ຫວຽດນາມ). ຢູ່ຈີນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຈະເຂົ້າຮ່ວມກິດຈະກຳຕ່າງໆໃນຂອບເຂດງານພົບປະແລກປ່ຽນ, ຄື: ໄປຢ້ຽມຊົມເຂດທ່ອງທ່ຽວ Youyiguan, ຢ້ຽມຢາມກອງຮ້ອຍທະຫານຊາຍແດນດ່ານຊາຍແດນ Youyiguan; ເປັນສັກຂີພິຍານກອງລາດຕະເວນ ຂອງທະຫານເຮືອສອງປະເທດ ລາຍງານທາງອອນລາຍ ກ່ອນທີ່ຈະດໍາເນີນການລາດຕະເວນປະສົມ; ປູກຕົ້ນໄມ້ມິດຕະພາບ; ຢ້ຽມຊົມດ່ານຊາຍແດນອັດສະລິຍະ ຢູ່ດ່ານຊາຍແດນ Youyiguan; ຢ້ຽມຢາມໂຮງຮຽນປະຖົມສຶກສາ ເລກ 4 ນະຄອນ Ping Xiang; ຢ້ຽມຢາມບ້ານແບບຢ່າງ Zhoulian, ເມືອງ Ning Ming.

leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະຜູ້ແທນ ເລີ່ມມາຮອດຈີນ ເພື່ອເຂົ້າຮ່ວມການເຄື່ອນໄຫວໃນງານພົບປະແລກປ່ຽນ. ພາບ: qdnd.vn

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ຈີນ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດປ້ອງກັນຊາດທີ່ສຳຄັນ, ໂດຍກະຊວງປ້ອງກັນປະເທດສອງປະເທດ ຈັດຕັ້ງຮ່ວມນັບແຕ່ປີ 2014. ຜ່ານການຈັດຂຶ້ນເປັນ 9 ຄັ້ງ, ລາຍການພົບປະແລກປ່ຽນດ້ວຍບັນດາການເຄື່ອນໄຫວແທດຈິງ ຄື: ການລາດຕະເວນຮ່ວມ, ກວດ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າ, ປູກຕົ້ນໄມ້ມິດຕະພາບ, ພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາ, ຢ້ຽມຢາມໂຮງຮຽນ... ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ສາຍພົວພັນການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ກໍ່ສ້າງເຂດຊາຍແດນສັນຕິພາບ ແລະພັດທະນາ.

leftcenterrightdel
 
leftcenterrightdel
ທ່ານ Dongjun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຕ້ອນຮັບທ່ານພົນເອກ ຟານວັນຢາງ ທີ່ຂີດໝາຍຊາຍແດນລະຫວ່າງສອງປະເທດຫວຽດນາມ-ຈີນ. ພາບ: qdnd.vn
leftcenterrightdel
ທ່ານ Dongjun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn
leftcenterrightdel
ທ່ານ Dongjun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຜູ້ແທນກະຊວງປ້ອງກັນປະເທດສອງປະເທດ. ພາບ: qdnd.vn

ໂດຍດໍາເນີນຫຼັງຈາກການຢ້ຽມຢາມທາງລັດຖະກິດຫວຽດນາມ  ຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ, ກົງກັບໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃນການຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ຈີນ, ຜ່ານນັ້ນ ປະກອບສ່ວນໂດຍກົງສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ປະຊາຊົນຈີນ ຢູ່ເຂດຊາຍແດນຍິນດີຕ້ອນຮັບທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn

ໃນຖະແຫຼງການຮ່ວມໃນໂອກາດການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ເຖິງຄວາມຈຳເປັນຂອງການກໍ່ສ້າງເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ມີເນື້ອແທ້ກວ່າ. ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນລະຫວ່າງກອງທັບສອງປະເທດ; ເສີມຂະຫຍາຍບົດບາດຂອງບັນດາກົນໄກ, ຄື: ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ແລະການເຈລະຈາຍຸດທະສາດປ້ອງກັນຊາດ.

ໂດຍ: ທູຈາງ