ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 17 ເມສາ, ຢູ່ດ່ານສາກົນມິດຕະພາບ (ແຂວງລ້າງເຊີນ, ຫວຽດນາມ) ໄດ້ດໍາເນີນພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຈີນ ນຳໂດຍທ່ານພົນໂທ Dong Jun ກຳມະການສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ມາເຂົ້າຮ່ວມກິດຈະກໍາຕ່າງໆຢູ່ຫວຽດນາມ ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9.
ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດໂດຍການເປັນປະທານຂອງທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ພິທີຕ້ອນຮັບໄດ້ດຳເນີນໄປໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບ. ພາຍຫຼັງພິທີຕ້ອນຮັບ, ສອງລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຖ່າຍຮູບເປັນທີ່ລະນຶກ, ບັນທຶກຈຸດເວລາທີ່ມີຄວາມໝາຍຢູ່ສະຖານທີ່ເຕົ້າໂຮມນໍ້າໃຈມິດຕະພາບ, ເຊິ່ງແມ່ນສະຖານທີ່ສອງຝ່າຍກໍາລັງຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ເນື່ອງໃນໂອກາດນີ້, ສອງລັດຖະມົນຕີ ໄດ້ປູກຕົ້ນໄມ້ມິດຕະພາບ, ຢ້ຽມຊົມສວນຕົ້ນໄມ້ມິດຕະພາບໂດຍຊາວໜຸ່ມກອງທັບສອງປະເທດ ປູກຢູ່ໃນບໍລິເວນດ່ານຊາຍແດນ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງລຸ້ນໜຸ່ມສອງປະເທດ ໃນການຮ່ວມແຮງຮ່ວມໃຈຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງ ຫວຽດນາມ - ຈີນ.
ໂດຍສືບຕໍ່ການເຄື່ອນໄຫວພົບປະແລກປ່ຽນຢູ່ ຈີນ ກ່ອນໜ້ານັ້ນ, ວັນທີ 17 ເມສາ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ຈະເຂົ້າຮ່ວມກິດຈະກຳຕ່າງໆໃນຂອບເຂດງານພົບປະແລກປ່ຽນ ຢູ່ຫວຽດນາມ ຄື: ຢ້ຽມຢາມໂຮງຮຽນປະຖົມສຶກສາດົ່ງດັງ, ເຂົ້າຮ່ວມພິທີເປີດການນໍາໃຊ້ຕຶກອາຄານຂອງໂຮງຮຽນແຫ່ງນີ້; ຢ້ຽມຢາມຄ້າຍທະຫານຊາຍແດນດ່ານສາກົນມິດຕະພາບ; ຢ້ຽມຊົມສູນໂລຈິກສະຕິກ Viettel ລ້າງເຊີນ. ຕໍ່ຈາກນັ້ນ, ສອງລັດຖະມົນຕີ ຈະເປັນປະທານຮ່ວມການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ ຢູ່ໂຮງແຮມເມືອງແທັງ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ. ພາບ: qdnd.vn |
    |
 |
ພິທີຕ້ອນຮັບ ໄດ້ຈັດຂຶ້ນຢ່າງສົມກຽດ. ພາບ: qdnd.vn |
    |
 |
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຈີນ ທີ່ພິທີຕ້ອນຮັບ. ພາບ: qdnd.vn |
    |
 |
ຄະນະຜູ້ແທນຫວຽດນາມ. ພາບ: qdnd.vn |
    |
 |
ສອງລັດຖະມົນຕີ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ປູກຕົ້ນໄມ້ເປັນທີ່ລະນຶກ. ພາບ: qdnd.vn |
ໂດຍ: ທູຈາງ