ທີ່ການຕ້ອນຮັບ, ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອົດສະຕາລີ ກໍ່ຄືຄວາມສາມາດບົ່ມຊ້ອນ ແລະທີ່ຕັ້ງຂອງອົດສະຕາລີໃນພາກພື້ນ ແລະສາກົນ. ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ 2024 ແມ່ນຂີດໝາຍສຳຄັນ, ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດໃຫ້ຫຼາຍກວ່າອີກ, ໃນນັ້ນມີການປ້ອງກັນຊາດ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ພົບປະກັບທ່ານພົນເອກ David Lance Johnston. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອົດສະຕາລີ ໃນໄລຍະມໍ່ໆມານີ້, ພິເສດແມ່ນການຜັນຂະຫຍາຍບັນດາເນື້ອໃນຮ່ວມມື ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ, ພິເສດແມ່ນໃນຂົງເຂດບຳລຸງກໍ່ສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ການແພດທະຫານ...

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ David Lance Johnston. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນບົນພື້ນຖານຄວາມເປັນເອກະພາບລະຫວ່າງການນຳຂັ້ນສູງສອງປະເທດ ແລະສອງກະຊວງປ້ອງກັນປະເທດ, ສຸມໃສ່ເຂົ້າໃນຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ກົນໄກເຈລະຈາ-ກອງປະຊຸມປຶກສາຫາລື; ບໍາລຸງກໍ່ສ້າງ; ຮັກສາສັນຕິພາບສະຫະປະຊາຊາດ; ການຮ່ວມມືລະຫວ່າງເຫຼ່ົາທັບ, ເຫຼົ່າຮົບ; ການສົມທົບໃນການເຄື່ອນໄຫວຮ່ວມມືຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+)...

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ, ທ່ານພົນເອກ David Lance Johnston ພ້ອມດ້ວຍຜູ້ແທນທີ່ການພົບປະ. ພາບ: qdnd.vn

ສ່ວນທ່ານພົນເອກ David Lance Johnston ຕີລາຄາການພົວພັນລະຫວ່າງອົດສະຕາລີ ກັບຫວຽດນາມ ພວມພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ໃນນັ້ນມີການປ້ອງກັນຊາດ. ທ່ານພົນເອກ David Lance Johnston ປາດຖະໜາວ່າ ການພົວພັນດ້ານປ້ອງກັນຊາດສອງຝ່າຍຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ, ໃນນັ້ນມີການຂະຫຍາຍໄປສູ່ຂົງເຂດຮ່ວມມືໃໝ່, ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດບົ່ມຊ້ອນຂອງສອງຝ່າຍ.

ໂດຍ: ທູຈາງ