ປະທານປະເທດຫວຽດນາມ ວາງກະຕ່າດອກໄມ້ອາໄລຫາປະທານ ໄກສອນ ພົມວິຫານ
ກປ.ອອນໄລ - ຕອນເຊົ້າວັນທີ 25 ເມສາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສປປ ລາວ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງກະຕ່າດອກໄມ້ອາໄລຫາປະທານ ໄກສອນ ພົມວິຫານ ແລະຢ້ຽມຊົມຫໍພິພິທະພັນປະທານ ໄກສອນ ພົມວິຫານ ຢູ່ນະຄອນຫຼວງວຽງຈັນ.
ທ່ານປະທານປະເທດ ເລືອງເກື່ອງ ໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ, ເພື່ອສະແດງຄວາມເຄົາລົບ, ຄວາມຈົດຈໍາຂອງພັກ, ລັດ ແລະປະຊາຊົນຫວຽດນາມ ຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງຫຼາຍຢ່າງໃນການສ້າງສາ, ປົກປັກຮັກສາ ແລະພັດທະນາການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ວາງກະຕ່າດອກໄມ້ອາໄລຫາປະທານ ໄກສອນ ພົມວິຫານ. ພາບ: qdnd.vn |
ປະທານ ໄກສອນ ພົມວິຫານ ພ້ອມກັບປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກເປັນຜູ້ກໍ່ຕັ້ງໃຫ້ແກ່ການພົວພັນແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງ ຫວຽດນາມ-ລາວ, ໄດ້ຮັບການເພີ່ມພູນຄູນສ້າງຈາກນໍາຮຸ່ນຕ່າງໆຂອງສອງປະເທດ ແລະກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຊົມຫໍພິພິທະພັນປະທານ ໄກສອນ ພົມວິຫານ. ພາບ: qdnd.vn |
    |
 |
ທ່ານປະທານປະເທດ ເລືອງເກື່ອງ ຂຽນໃສ່ປຶ້ມອະນຸສອນ ພາຍຫຼັງຢ້ຽມຊົມຫໍພິພິທະພັນປະທານ ໄກສອນ ພົມວິຫານ. ພາບ: qdnd.vn |
ຂຽນໃສ່ປຶ້ມອະນຸສອນເມື່ອມາຢ້ຽມຊົມຫໍພິພິທະພັນປະທານ ໄກສອນ ພົມວິຫານ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມເປັນກຽດ ແລະສະເທືອນໃຈທີ່ໄດ້ມາຢ້ຽມຢາມຫໍພິພິທະພັນ, ບ່ອນທີ່ຮັກສາບັນດາອະນຸສອນກ່ຽວກັບວິວັດການເຄື່ອນໄຫວປະຕິວັດຂອງສະຫາຍ ໄກສອນ ພົມວິຫານ, ຜູ້ທີ່ເປັນເພື່ອນທີ່ສະໜິິດສະໜົມຂອງປະຊາຊົນຫວຽດນາມ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວັງວ່າ ພະນັກງານ, ລັດຖະກອນຫໍພິພິທະພັນປະທານ ໄກສອນ ພົມວິຫານ ຈົ່ງມີຄວາມສະມັກຄີ, ຮ່ວມແຮງຮ່ວມໃຈຮັກສາ, ປົກປັກຮັກສາ ແລະສ້າງຫໍພິພິທະພັນ ບໍ່ພຽງແຕ່ເປັນສະຖານທີ່ວັດທະນະທໍາຂອງຄົນລາວ ເທົ່ານັ້ນ ຫາກຍັງພັດທະນາເປັນບ່ອນສຶກສາໃຫ້ແກ່ລຸ້ນໜຸ່ມ ແລະປະຊາຊົນເຂົ້າໃຈກ່ຽວກັບການພົວພັນທີ່ຫາຍາກໃນໂລກລະຫວ່າງສອງປະເທດ ຫວຽດນາມ-ລາວ...
* ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ຢູ່ນະຄອນຫຼວງວຽງຈັນ ເພື່ອອາໄລຫາ ແລະຮູ້ບຸນຄຸນຕໍ່ຜົນງານຂອງລູກຜູ້ປະເສີດ ຂອງປະຊາຊົນລາວ ບັນດາເຜົ່າ ໄດ້ເສຍສະຫຼະຊີວິດໃນພາລະກິດປົດປ່ອຍ, ປົກປັກຮັກສາ ແລະສ້າງສາປະເທດລາວ.
ໂດຍ: ໄຊນີດາ