ກອງກຳປັ່ນ 015 ແລະ 016 ຂອງທະຫານເຮືອຫວຽດນາມ ເຂົ້າທຽບທ່າກຳປັ່ນທະຫານ Beihai, ຈີນ
ກປ.ອອນໄລ - ວັນທີ 13 ເມສາ, ກອງກຳປັ່ນ 015-ເຈິ່ນຮືງດ່າວ, ກຳປັ່ນ 016-ກວາງຈູງ (ກອງພົນນ້ອຍ 162, ທະຫານເຮືອເຂດ 4) ພ້ອມກັບຄະນະປະຕິບັດງານໂດຍທ່ານພັນເອກພິເສດ ໂດ໊ມິງ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ເປັນຫົວໜ້າຄະນະ, ໄດ້ເຂົ້າທຽບທ່າກຳປັ່ນທະຫານ Beihai (ກວາງຊີ, ຈີນ), ເລີ່ມຕົ້ນເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ແລະດຳເນີນການລາດຕະເວນປະສົມ ຄັ້ງທີ 38 ຢູ່ອ່າວພາກເໜືອ ກັບທະຫານເຮືອຈີນ.