ເຂົ້າຮ່ວມງານພົບປະ ຝ່າຍລາວ ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ; ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງຂອງພັກ, ລັດ ແລະລັດຖະບານລາວ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບ. ພາບ: qdnd.vn |
ກ່ອນທີ່ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບ, ທ່ານ ເລືອງເກື່ອງ ແລະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍບັນດາສະຫາຍການນໍາຄະນະ, ກະຊວງ, ຂະແໜງການສອງປະເທດ ໄດ້ຮັບຊົມລາຍການສະແດງສິລະປະ ໂດຍ ກອງສິລະປະກອນ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ສະແດງ; ຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບບັນດາຂີດໝາຍພົ້ນເດັ່ນຂອງການພົວພັນພິເສດລະຫວ່າງສອງປະເທດ ແລະການຮ່ວມສໍາພັນສູ້ຮົບ ຫວຽດນາມ-ລາວ ຈັດຕັ້ງໂດຍສໍານັກຂ່າວສານຫວຽດນາມ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຜູ້ແທນຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບການພົວພັນສອງປະເທດ ຈັດຕັ້ງ ໂດຍສຳນັກຂ່າວສານຫວຽດນາມ. ພາບ: qdnd.vn |
ທີ່ການພົບປະແລກປ່ຽນ, ຜູ້ຕາງໜ້າໄວໜຸ່ມລາວ ສະແດງຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດຕໍ່ສູ້ອັນສະຫງ່າອົງອາດຂອງສອງຊາດ, ກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໂດຍ ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາຮຸ່ນຕ່າງໆຂອງສອງປະເທດ. ຜູ້ຕາງໜ້າຮຸ່ນໜຸ່ມຂອງລາວ ຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບທອດ, ປົກປັກຮັກສາ ແລະເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ - ຊັບສົມບັດອັນລໍ້າຄ່າ ທີ່ບັນດາຮຸ່ນກ່ອນ ໄດ້ເພີ່ມພູນຄູນສ້າງ ແລະສືບທອດໃຫ້ແກ່ຄົນພາຍພາກໜ້າ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ງານພົບປະແລກປ່ຽນມິດຕະພາບ. ພາບ: qdnd.vn |
ກ່າວຄໍາເຫັນທີ່ການພົບປະແລກປ່ຽນ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ກັບຄືນຢ້ຽມຢາມປະເທດລາວ ທີ່ສວຍງາມ ແຕ່ແມ່ນຄັ້ງທໍາອິດໃນຖານະເປັນປະທານປະເທດ, ໄດ້ພົບປະກັບບັນດາສະຫາຍອ້າຍນ້ອງ ທີ່ແບ່ງປັນຄວາມຫຍຸ້ງຍາກລໍາບາກນໍາກັນ, ຍອມເສຍສະຫຼະຊີວິດເພື່ອກັນ, ຕິດພັນອັນສະໜິດໜົມກັບການປະຕິວັດຫວຽດນາມ ກໍຄືການພົວພັນ ຫວຽດນາມ-ລາວ ແລະໄດ້ເຫັນປະຈັກຕາການພັດທະນາຢ່າງແຂງແຮງຂອງປະເທດ ລາວ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່.
ທ່ານປະທານປະເທດ ເນັ້ນໜັກວ່າ ແຕ່ລະໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ໃນປັດຈຸບັນຂອງຫວຽດນາມ ລ້ວນແຕ່ມີການສະໜັບສະໜູນອັນລໍ້າຄ່າ, ການຊ່ວຍເຫຼືອຢ່າງໝົດຈິດໝົດໃຈ, ມີປະສິດທິຜົນຂອງພັກ, ລັດ ແລະປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ; ພ້ອມທັງສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ຕໍ່ກັບພັກປະຊາຊົນ ປະຕິວັດ ລາວ, ລັດ ລາວ ແລະປະຊາຊົນລາວ ອ້າຍນ້ອງ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບ ດ້ວຍຫົວຂໍ້ “ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”. ພາບ: qdnd.vn |
ໃນສັງກາດພັດທະນາບືນຕົວຂຶ້ນຂອງຊາດຫວຽດນາມ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຮງ ແລະຮອບດ້ານພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດລາວ. ດ້ວຍຈິດໃຈ “ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ”, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນທີ່ປະສົບຜົນສຳເລັດກັບບັນດາສະຫາຍ ແລະເພື່ອນລາວ ໃນການຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ແລະໃນການຜັນຂະຫຍາຍບັນດານະໂຍບາຍໃຫຍ່ ຄື: ສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ, ກໍ່ສ້າງກົງຈັກໃຫ້ມີປະສິດທິພາບ, ປະສິດທິຜົນ; ບຸກທະລຸດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດິີຈີຕອນ; ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.
    |
 |
ລາຍການສະແດງສິລະປະ. ພາບ: qdnd.vn |
ທ່ານປະທານປະເທດ ເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມລວມຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ການພົວພັນຫວຽດນາມ - ລາວ ຈະສືບຕໍ່ພັດທະນາຢ່າງແຂງແຮງ ແລະໝັ້ນຄົງຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ເນັ້ນໜັກວ່າ ຊາວໜຸ່ມແມ່ນລະດູບານໃໝ່ຂອງປະເທດ, ແມ່ນອະນາຄົດຂອງແຕ່ລະຊາດ, ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບຊາວໜຸ່ມ ຫວຽດນາມ ແລະລາວ ໃນການພົບປະແລກປ່ຽນຄັ້ງນີ້, ຜ່ານນັ້ນເຫັນໄດ້ອະນາຄົດອັນສົດໃສຂອງປະເທດລາວ ແລະກໍເຫັນໄດ້ຜູ້ສືບທອດທີ່ສົມຄວນໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ ຫວຽດນາມ ແລະລາວ, ແມ່ນຂົວເຊື່ອມຕໍ່ອະດີດຕະການທີ່ສະຫງ່າອົງອາດກັບອະນາຄົດອັນສົດໃສຂອງສອງຊາດ ຫວຽດນາມ ແລະລາວ.
ດ້ວຍຄວາມເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງການພົວພັນຫວຽດນາມ - ລາວ, ລາວ - ຫວຽດນາມ, ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເປັນເພື່ອນທີ່ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນຢ່າງແຂງແຮງ ແລະຮອບດ້ານຄວາມມານະພະຍາຍາມປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດຊາດ ລາວ ອ້າຍນ້ອງ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈໃນທຸກໆການກະທຳ ແລະຄວາມມານະພະຍາຍາມຈາກຫົວໃຈຂອງປະຊາຊົນລາວ ທຸກຄົນ, ປະຊາຊົນຫວຽດນາມ ໝົດທຸກຄົນ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຈະນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ໄຊຊະນະ