ກອງປະຊຸມໄດ້ຢືນຢັນວ່າ, ງານພົບປະແລກປ່ຽນ ຄັ້ງທີ 9 ໄດ້ຮັບການຈັດຕັ້ງສຳເລັດຜົນໃນທຸກດ້ານ, ຈາກການຂຶ້ນແຜນ, ການກະກຽມເນື້ອໃນ, ການຕ້ອນຮັບ, ຕົບແຕ່ງປະດັບປະດາ, ການຮັບປະກັນຄວາມສະຫງົບປອດໄພ, ການສື່ສານ, ວຽກງານປະສານສົມທົບ ແລະ ການຮ່ວມມືລະຫວ່າງບັນດາອົງການ, ກົມກອງຂອງຫວຽດນາມ ແລະ ຈີນ.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈ໊ຽນ  ກ່າວຄໍາເຫັນສະຫຼຸບກອງປະຊຸມ. ພາບ:  qdnd.vn

ງານພົບປະແລກປ່ຽນ ຄັ້ງທີ 9 ມີຈຸດໃໝ່ຫຼາຍຢ່າງ, ໄດ້ຮັບການເປີດກວ້າງກ່ຽວກັບຂອບຂະໜາດ ແລະຮູບການ, ດ້ວຍຫຼາຍກິດຈະກຳເຄື່ອນໄຫວທີ່ອຸດົມສົມບູນ. ພິເສດ, ເປັນຄັ້ງທຳອິດທີ່ງານພົບປະແລປ່ຽນ, ລັດຖະມົນຕີປ້ອງກັນປະເທດສອງປະເທດ ໄດ້ເປັນສັກຂີພິຍານກອງກໍາປັ່ນທະຫານເຮືອຂອງສອງປະເທດລາຍງານທາງອິນເຕີແນັດ ກ່ຽວກັບການກະກຽມລາດຕະເວນຮ່ວມ ແລະອອກຄຳສັ່ງເລີ່ມເດີນທາງໄປລາດຕະເວນ. ລັດຖະມົນຕີສອງທ່ານ ຍັງໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວຮ່ວມ ທີ່ໄດ້ຈັດຕັ້ງໃນຂອບເຂດງານພົບປະແລກປ່ຽນ ຢູ່ຫວຽດນາມ ແລະຈີນ ຄື: ຢ້ຽມຢາມກົມກອງຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນຂອງສອງຝ່າຍ, ຢ້ຽມຢາມໂຮງຮຽນ, ມອບຂອງຂວັນໃຫ້ຄູອາຈານ ແລະນັກຮຽນຂອງສອງຝ່າຍ, ຢ້ຽມຢາມຮູບແບບດ່ານຊາຍແດນອັດສະລິຍະ ຢູ່ດ່ານຊາຍແດນ Youyiguan, ສູນໂລຈິດສະຕິກ Viettel ຢູ່ແຂວງລ້າງເຊີນ, ປູກຕົ້ນໄມ້ມິດຕະພາບ…,  ຜ່ານນັ້ນປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີມິດຕະພາບ ແລະຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການ, ກົມກອງ ແລະປະຊາຊົນຢູ່ສອງຟາກຊາຍແດນ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ  ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ຜູ້ຕາງໜ້າບັນດາໝູ່ຄະນະ. ພາບ:  qdnd.vn

ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ໄດ້ສ້າງຄວາມປະທັບໃຈອັນດີງາມ. ເລື່ອງຈັດຕັ້ງງານພົບປະແລກປ່ຽນປະສົບຜົນສຳເລັດ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າຂອງສອງກະຊວງປ້ອງກັນປະເທດ ໃນການຜັນຂະຫຍາຍຄວາມຮັບຮູ້ລວມທີ່ການນຳຂັ້ນສູງຂອງສອງປະເທດ ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຫວ່າງມໍ່ໆມານີ້.

ທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໃຫ້ຜູ້ຕາງໜ້າບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານເປັນເສນາທິການ, ຈັດຕັ້ງ ແລະເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງ ທີ 9.

ໂດຍ: ທູຈາງ