ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 9 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ
ກປ.ອອນໄລ - ຕອນບ່າຍວັນທີ 17 ເມສາ, ຢູ່ດ່ານສາກົນມິດຕະພາບ (ແຂວງລ້າງເຊີນ, ຫວຽດນາມ), ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີສົ່ງທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຈີນ ກັບຄືນປະເທດ, ສິ້ນສຸດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9 ຢ່າງຈົບງາມ.
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 9 ໄດ້ດໍາເນີນໃນລະຫວ່າງວັນທີ 16-17 ເມສາ ຢູ່ແຂວງລ້າງເຊີນ (ຫວຽດນາມ) ແລະເຂດປົກຄອງຕົນເອງ ເຜົ່າຈ້ວງ, ແຂວງກວາງຊີ (ຈີນ). ໂດຍແມ່ນຈຸດພົ້ນເດັ່ນສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (18-1-1950 / 18-1-2025), ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 9 ໄດ້ປະກອບສ່ວນຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ, ສອງລັດກ່ຽວກັບການສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ນັບມື້ນັບແທດຈິງກວ່າເກົ່າ ເປັນລະອຽດ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ຈັບມືທ່ານພົນໂທ Dong Jun ທີ່ພິທີສົ່ງ. ພາບ: qdnd.vn |
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ Dong Jun ພ້ອມດ້ວຍຄະນະຜູ້ແທນສອງປະເທດ ເຄື່ອນຍ້າຍໄປດ່ານຊາຍແດນ. ພາບ: qdnd.vn |
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ Dong Jun ທີ່ພິທີສົ່ງ. ພາບ: qdnd.vn |
ດ້ວຍກິດຈະກການເຄື່ອນໄຫວທີ່ອຸດົມສົມບູນ, ມີຄວາມໝາຍ ແລະແທດຈິງ, ງານພົບປະແລກປ່ຽນແມ່ນໂອກາດເພື່ອແນໃສ່ເພີ່ມທະວີນໍ້າໃຈພມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມືທີ່ແທດຈິງລະຫວ່າງກຳລັງປ້ອງກັນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ຈີນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມດ້ວຍຄະນະຜູ້ແທນສົ່ງທ່ານພົນໂທ Dong Jun. ພາບ: qdnd.vn |
    |
 |
ປະຊາຊົນໂບກທຸງ ທີ່ພິທີສົ່ງຄະນະຜູ້ແທນຈີນ. ພາບ: qdnd.vn |
ໂດຍ: ທູຈາງ