leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານກອງປະຊຸມກວດກາຄືນວຽກງານກະກຽມຮັບໃຊ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9. ພາບ: ຮ່າເຟືອງ

ກ່າວຄຳເຫັນຊີ້ນໍາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ງານພົບປະແລກປ່ຽນຄັ້ງນີ້ແມ່ນເຫດການພົວພັນດ້ານປ້ອງກັນຊາດສຳຄັນຂອງປີ 2025, ແມ່ນຈຸດພົ້ນເດັ່ນເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີນ (18-1-1950 / 18-1-2025). ຜ່ານການຈັດຕັ້ງ, ພົບປະແລກປ່ຽນໄດ້ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດ, ປະກອບສ່ວນກໍ່ສ້າງ ແລະປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຮ່າເຟືອງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງບັນດາກົມກອງທີ່ເຂົ້າຮ່ວມວຽກງານກະກຽມຮັບໃຊ້ເຫດການສໍາຄັນນີ້ຕ້ອງກໍານົດຢ່າງຈະແຈ້ງວ່ານີ້ແມ່ນໜ້າທີ່ການເມືອງຈຸດສຸມ, ສ້າງແຜນການລະອຽດ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງອົງການທີ່ກ່ຽວຂ້ອງຢູ່ພາຍໃນ ແລະນອກກອງທັບ, ຮັບປະກັນວຽກງານຈັດຕັ້ງ ແລະຄວາມປອດໄພຢ່າງເດັດຂາດ. ບັນດາກຳລັງທີ່ເຂົ້າຮ່ວມວຽກງານຮັບໃຊ້ຕ້ອງສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນການປະຕິບັດຢ່າງສະດວກ, ປະກອບສ່ວນຈັດຕັ້ງເຫດການພົວພັນດ້ານປ້ອງກັນຊາດສຳຄັນຂອງປະເທດປະສົບຜົນສຳເລັດ. ຄວນຮັບປະກັນການສື່ສານລຸລ່ວງເພື່ອພົບປະແລກປ່ຽນໄດ້ໂຄສະນາຢ່າງກວ້າງຂວາງ; ພິເສດຖືເປັນສໍາຄັນເຖິງວຽກງານຮັບປະກັນຄວາມໝັ້ນຄົງ, ສາທາລະນະສຸກ, ພະລາທິການ... ທຸກຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ບັນດາອົງການຕ້ອງລາຍງານເພື່ອການນຳກະຊວງປ້ອງກັນປະເທດ ມີແຜນງານຊີ້ນຳແກ້ໄຂຢ່າງທັນການ.

ຕາມແຜນການແລ້ວ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ຈະດໍາເນີນໃນລະຫວ່າງວັນທີ 16 ຫາວັນທີ 17 ເມສາ ຢູ່ແຂວງລ້າງເຊີນ (ຫວຽດນາມ) ແລະເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີ (ຈີນ).

ໂດຍ: ເຈິ່ນຮວ່ຽນ