ເຂົ້າຮ່ວມພິທີມີທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາສະຫາຍກຳມະການກົມການເມືອງ: ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ; ທ່ານພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນເອກ ເລືອງຕາມກວາງ, ເລຂາຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ແລະຜູ້ຕາງໜ້າບັນດາອົງການ, ກົມກອງສັງກັດກະຊວງປ້ອງກັນປະເທດ ແລະກະຊວງຕຳຫຼວດ. ເຂົ້າຮ່ວມຍັງມີທ່ານ Tin Win Aung Moe, ທີ່ປຶກສາທູດ, ຮອງເອກອັກຄະລັດຖະທູດ ມຽນມາ ປະຈຳ ຫວຽດນາມ.
ຈິດໃຈກຽມພ້ອມຂອງກອງທັບປະຊາຊົນຫວຽດນາມ
ໃນວັນທີ 28 ມີນາ 2025, ມຽນມາ ເກີດເຫດແຜ່ນດິນໄຫວຂະໜາດແຮງ, ກໍ່ຄວາມເສຍຫາຍໜັກໜ່ວງກ່ຽວກັບຄົນ ແລະຊັບສິນ. ໂດຍເສີມຂະຫຍາຍມູນເຊື້ອຮັກແພງອູ້ມຊູຊ່ວຍເຫຼືອກັນຂອງປະເທດຫວຽດນາມ, ບົນຈິດໃຈຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ; ຕອບສະໜອງຕາມຄວາມຮຽກຮ້ອງຂອງສະຫະປະຊາຊາດ; ປະຕິບັດຕາມການຊີ້ນຳຂອງຜູ້ປະຈຳການຄະນະເລຂາທິການ ແລະຄະນະພັກການທະຫານສູນກາງ, ວັນທີ 30 ມີນາ, ກະຊວງປ້ອງກັນປະເທດ ໄດ້ຈັດສົ່ງພະນັກງານ, ນາຍ ແລະພົນທະຫານ ຈຳນວນ 80 ຄົນ ໂດຍແມ່ນທ່ານພົນຈັດຕະວາ ຟ້າມວັນຕີ້, ຮອງຫົວໜ້າກົມກູ້ໄພກູ້ຊີບ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ) ເປັນຫົວໜ້າຄະນະ ໄດ້ໄປຍັງ ມຽນມາ ປະຕິບັດໜ້າທີ່ກູ້ໄພ. ກະຊວງຕຳຫຼວດຫວຽດນາມ ກໍ່ໄດ້ຈັດຕັ້ງກຳລັງມີພະນັກງານ, ນາຍ ແລະພົນຕຳຫຼວດ ຈຳນວນ 26 ຄົນ ພ້ອມດ້ວຍວັດຖຸອຸປະກອນທັນສະໄໝອອກເດີນທາງໄປປະຕິບັດໜ້າທີ່.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຜູ້ແທນ ແລະກຳລັງປະຕິບັດໜ້າທີ່ກູ້ຊີບກູ້ໄພຢູ່ມຽນມາ. ພາບ: ຕ໊ວນນາມ |
ລາຍງານໝາກຜົນການປະຕິບັດໜ້າທີ່ຢູ່ມຽນມາ, ທ່ານພົນຈັດຕະວາ ຟ້າມວັນຕີ້ ໃຫ້ຮູ້ວ່າ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບທີ່ຕັ້ງພູມສາດເຮັດໃຫ້ຄະນະຕ້ອງເຄື່ອນທີ່ຫຼາຍກໍ່ຕາມ, ແຕ່ວ່າດ້ວຍການຊ່ວຍເຫຼືອຢ່າງມີປະສິດທິຜົນຈາກສະຖານທູດ, ທູດປ້ອງກັນຊາດຫວຽດນາມ, ກຳລັງກູ້ໄພກອງທັບປະຊາຊົນຫວຽດນາມ ຈຶ່ງເຮັດສຳເລັດໜ້າທີ່ເປັນຢ່າງດີ. ພິເສດ, ພື້ນທີ່ໃຈກາງບ່ອນເກີດເຫດແຜ່ນດິນໄຫວແມ່ນບໍ່ມີສັນຍານໂທລະສັບ, ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ ໄດ້ຮັບປະກັນດ້ານສັນຍານຕິດຕໍ່ ແລະວັດຖຸອຸປະກອນຮັບໃຊ້ໃຫ້ຄະນະກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນປະຕິບັດໜ້າທີ່, ໜູນຊ່ວຍໂທລະຄົມມະນາຄົມໃຫ້ແກ່ລູກຄ້າຢູ່ມຽນມາ ຈຳນວນ 4,5 ລ້ານຄົນ; ສະໜອງເບີໂທລະສັບໃຫ້ແກ່ 30.000 ຄົນ ແລະບັນດາຄະນະກູ້ໄພສາກົນ. ເພາະສະນັ້ນ, ວຽກງານກູ້ຊີບກູ້ໄພຢູ່ມຽນມາ ຈຶ່ງບັນລຸປະສິດທິຜົນສູງ.
ກ່າວຄຳເຫັນທີ່ພິທີຍ້ອງຍໍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຮັບຮູ້, ຍ້ອງຍໍຊົມເຊີຍກຳລັງກອງທັບປະຊາຊົນຫວຽດນາມ, ຕຳຫຼວດປະຊາຊົນ ທີ່ໄດ້ຈັດຕັ້ງກຳລັງ, ພາຫະນະໂດຍໄວເພື່ອປະຕິບັດໜ້າທີ່ກູ້ຊີບກູ້ໄພສາກົນ ແລະເນັ້ນໜັກວ່າ: ພຽງແຕ່ພາຍຫຼັງ 24 ຊົ່ວໂມງ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ໄດ້ຊີ້ນຳ, ບັນຊາບັນດາອົງການ, ກົມກອງຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ, ຈັດຕັ້ງກຳລັງ, ພາຫະນະ, ວັດຖຸອຸປະກອນໂດຍໄວ; ກຳນົດໜ້າທີ່ເປັນຢ່າງດີ, ກຽມພ້ອມອອກເດີນທາງໄປຍັງປະເທດເພື່ອນເພື່ອປະຕິບັດໜ້າທີ່ສາກົນອັນສູງສົ່ງ. ຢູ່ເຂດໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ, ກຳລັງກ່ຽວຂ້ອງໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ບໍ່ຢ້ານກົວຕໍ່ຄວາມອັນຕະລາຍ, ຍາດແຍ່ງແຕ່ລະຊົ່ວໂມງ, ແຕ່ລະນາທີ, ກຳນົດຫຼາຍບ່ອນທີ່ມີຜູ້ປະສົບໄພ, ດຳເນີນການຊ່ວຍເຫຼືອ ແລະມອບໃຫ້ອຳນາດການປົກຄອງປະເທດປະຈຳຖິ່ນ. ໝາກຜົນວຽກງານກູ້ຊີບກູ້ໄພເປັນການພິສູດໃຫ້ເຫັນຄວາມສາມາດ, ອິດທິພົນຊື່ສຽງຂອງກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນຫວຽດນາມ ຕໍ່ບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ປະຊາຄົມສາກົນ, ລັດຖະບານ ແລະປະຊາຊົນມຽນມາ ໄດ້ຮັບຮູ້ ແລະຕີລາຄາສູງ. ຕາງໜ້າການນຳພັກ, ລັດ, ທ່ານ ຟ້າມມິງຈິ໊ງ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງຕໍ່ກັບລັດຖະບານ ແລະປະຊາຊົນມຽນມາ; ສະແດງຄວາມປາດຖະໜາຢາກໃຫ້ລັດຖະບານ ແລະປະຊາຊົນ ມຽນມາ ຜ່ານຜ່າຄວາມເຈັບປວດທຸກໂສກ, ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ, ປະເທດມຽນມາ ຈະກັບມາພ້ອມກັບປະຊາຄົມອາຊຽນ ສາມັກຄີ, ພັດທະນາເປັນຫຼາຍຮູບແບບໂດຍໄວ.
ຈາກໝາກຜົນການໜູນຊ່ວຍມະນຸດສະທຳ ແລະກູ້ຊ່ວຍໄພພິບັດເຫດແຜ່ນດິນໄຫວຢູ່ ມຽນມາ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ຕີລາຄາ, ຖອດຖອນບົດຮຽນວຽກງານກະກຽມ, ຈັດຕັ້ງກຳລັງ, ພາຫະນະ, ວັດຖຸອຸປະກອນໃນການປະຕິບັດໜ້າທີ່; ພ້ອມທັງຄົ້ນຄວ້າ, ຮັບເອົາບົດຮຽນຂອງບັນດາປະເທດທີ່ເຂົ້າຮ່ວມການໜູນຊ່ວຍຢູ່ ມຽນມາ ເພື່ອກຳນົດເນື້ອໃນໃຫ້ເໝາະສົມ, ປັບປຸງເຂົ້າໃນລາຍການຫັດແອບ, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ; ຍົກສູງຄຸນນະພາບວຽກງານບັນຊາ, ປະສານສົມທົບ, ກຳລັງຄວາມສາມາດຮັບມືກັບເຫດຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ.
ພຶດຕິກຳທີ່ສ້າງຄວາມປະທັບໃຈຂອງທະຫານລຸງໂຮ່
ຕ້ອນຮັບຄະນະດ້ວຍອາລົມຈິດທີ່ມີ່ຄວາມຕື້ນຕັນໃຈ, ທ່ານ Myint Htun Naing ທູດປ້ອງກັນຊາດ ມຽນມາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ຈັດສົ່ງກຳລັງກູ້ຊີບກູ້ໄພໄປຍັງ ມຽນມາ. ກຳລັງກູ້ຊີບກູ້ໄພຂອງກະຊວງປ້ອງກັນປະເທດ ແລະກະຊວງຕຳຫຼວດຫວຽດນາມ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ມີການປະກອບສ່ວນສຳຄັນເຂົ້າໃນວຽກງານກູ້ຊີບກູ້ໄພ. ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນການພົວພັນມິດຕະພາບທີ່ດີງາມລະຫວ່າງມຽນມາ ແລະຫວຽດນາມ; ສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານຫວຽດນາມ; ກະຊວງປ້ອງກັນປະເທດ ແລະກະຊວງຕຳຫຼວດຫວຽດນາມ; ສະແດງຄວາມຂອບໃຈບັນດາໜ່ວຍງານທີ່ເຂົ້າຮ່ວມກູ້ຊີບກູ້ໄພ ກໍ່ຄືຄອບຄົວຂອງເຂົາເຈົ້າ ທີ່ບໍ່ຢ້ານກົວຕໍ່ຄວາມອັນຕະລາຍຢູ່ມຽນມາ.
    |
 |
ທ່ານພົນເອກ ຟານວັນຢາງ ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ, ບຸກຄົນທີ່ຍາດໄດ້ຜົນງານດີເດັ່ນໃນການປະຕິບັດໜ້າທີ່ກູ້ຊີບກູ້ໄພຢູ່ມຽນມາ. ພາບ: ຕ໊ວນນາມ |
ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ໄດ້ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ III ໃຫ້ແກ່ໝູ່ຄະນະ, ບຸກຄົນທີ່ບັນລຸໄດ້ຜົນງານດີເດັ່ນໃນການປະຕິບັດໜ້າທີ່ກູ້ຊີບກູ້ໄພຢູ່ມຽນມາ; ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີໃຫ້ແກ່ 8 ໝູ່ຄະນະ, 17 ບຸກຄົນ; ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມອບໃບຍ້ອງຍໍໃຫ້ແກ່ 17 ໝູ່ຄະນະ, 89 ບຸກຄົນ; ລັດຖະມົນຕີກະຊວງຕຳຫຼວດ ມອບໃບຍ້ອງຍໍໃຫ້ແກ່ 21 ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ກູ້ຊີບກູ້ໄພຢູ່ ມຽນມາ.
ໂດຍ: ແສງເດືອນ