ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ ທີ່ມຽນມາ
ເລັ່ງຊອກຫາຜູ້ຖືກເຄາະຮ້າຍ, ກວດ, ປິ່ນປົວພະຍາດໃຫ້ປະຊາຊົນໂດຍບໍ່ເສຍຄ່າ
ກປ.ອອນໄລ - ວັນທີ 4 ເມສາ, ຄະນະກອງທັບປະຊາຊົນຫວຽດນາມ ໄດ້ສືບຕໍ່ຜັນຂະຫຍາຍ 2 ໜ່ວຍຊອກຫາ ພ້ອມກັບ 1 ໜ່ວຍ ສົມທົບກັບກຳລັງກູ້ຊີບມຽນມາ ແລະສະຫະລັດ ອາຣັບ ເອັມມີເລັດ (UAE) ເພື່ອຊອກຫາຜູ້ຖືກເຄາະຮ້າຍທີ່ຫາຍສາບສູນຢູ່ໂຮງໝໍ Ottara Thiri, ນະຄອນຫຼວງ Naypyidaw. ມາຮອດຕອນຄໍ່າວັນດຽວກັນ, ຄະນະໄດ້ນຳເອົາສົບຜູ້ເສຍຊີວິດອີກ 3 ຄົນອອກຈາກຊາກຫັກພັງ.
    |
 |
ກອງແພດທະຫານຂອງຄະນະກອງທັບປະຊາຊົນຫວຽດນາມ ກວດ, ປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນນະຄອນຫຼວງ Naypyidaw. ພາບ:ແມັ້ງຮຸ່ງ |
ໃນຕອນເຊົ້າ, ກຳລັງກູ້ຊີບໄດ້ຄົ້ນພົບ ແລະນຳສົບຜູ້ເສຍຊີວິດ 2 ຄົນອອກມາຈາກຊາກຫັກພັງ. ໃນເວລາປະມານ 15:00 ໂມງ, ພາຍຫຼັງຄົ້ນພົບສົບອີກ 1 ສົບຢູ່ໂຮງໝໍ Ottara Thiri ດ້ວຍວິທີການນໍາໃຊ້ໝາດົມກິ່ນ ແລະອຸປະກອນຊອກຫາສຽງ, ຮູບພາບ, ກຳລັງກູ້ຊີບເລັ່ງຂຸດດິນທີ່ຖົມສົບອອກຈົນໄປຮອດບ່ອນທີ່ມີຜູ້ເສຍຊີວິດ ແລະນຳສົບອອກມາໃນຕອນແລງຂອງວັນດຽວກັນ. ພ້ອມດຽວກັນນັ້ນ, ຄະນະກອງທັບປະຊາຊົນຫວຽດນາມ ກໍ່ໄດ້ມອບໃຫ້ກຳລັງກູ້ຊີບມຽນມາ ແລະ UAE 6 ຕໍາແໜ່ງທີ່ໝາດົມກິ່ນເພື່ອຊອກຫາແຫຼ່ງກຳເນີດຂອງກິ່ນ, ໂດຍສົງໄສວ່າມີສົບຂອງຜູ້ຖືກເຄາະຮ້າຍຖືກຖົມຢູ່.
ໃນຂະນະນັ້ນ, ກອງແພດທະຫານ ສືບຕໍ່ກວດ, ປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 62 ເທື່ອຄົນຢູ່ບໍລິເວນນອກໂຮງໝໍ Ottara Thiri.
ດັ່ງນັ້ນ, ນັບແຕ່ຜັນຂະຫຍາຍວຽກງານກູ້ໄພກູ້ຊີບຢູ່ນະຄອນຫຼວງ Naypyidaw ມາຮອດປະຈຸບັນ, ຄະນະກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັນຊ່ວຍຊີວິດຜູ້ຖືກເຄາະຮ້າຍໄດ້ 1 ຄົນ ແລະນໍາສົບຜູ້ຖືກເຄາະຮ້າຍ 18 ຄົນອອກຈາກອາຄານທີ່ຢູ່ອາໄສ ແລະໂຮງໝໍທີ່ພັງລົງມາຈາກແຜ່ນດິນໄຫວ.
ໂດຍ: ເຈິ່ນຮວ່ຽນ