ທ່ານພົນໂທ ຮວ່າງຊວນຈ໊ຽນ ເຮັດວຽກກັບອົງການ MIA ກະຊວງປ້ອງກັນປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 3 ເມສາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຮັດວຽກກັບອົງການ MIA ກະຊວງປ້ອງກັນປະເທດກ່ຽວກັບການເຄື່ອນໄຫວຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ (MIA).
ທີ່ການເຮັດວຽກ, ຜູ້ແທນໄດ້ຮັບຟັງການນໍາອົງການ MIA ກະຊວງປ້ອງກັນປະເທດ ລາຍງານໝາກຜົນການເຄື່ອນໄຫວ MIA ຢູ່ຫວຽດນາມ. ໃນຊຸມປີມໍ່ໆມານີ້, ໄດ້ຮັບຄວາມເອົາໃຈໃສ່ຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ບັນດາອົງການທີ່ກ່ຽວຂ້ອງ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນ, ການເຄື່ອນໄຫວຮ່ວມມື MIA ລະຫວ່າງຫວຽດນາມ ແລະອາເມລິກາ ເກັບໄດ້ໝາກຜົນທີ່ໜ້າສົ່ງເສີມ, ປະກອບສ່ວນຢ່າງຕ້ັງໜ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ການເຄື່ອນໄຫວຮ່ວມມື MIA ໄດ້ສະພາແຫ່ງຊາດ, ລັດຖະບານ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະປະຊາຊົາອາເມລິກາ ຕີລາຄາສູງກ່ຽວກັບເຈດຕະນາດີມະນຸດສະທໍາ, ເບິ່ງແມ່ນຮູບການຮ່ວມມືແບບຢ່າງເພື່ອມະນຸດສະທໍາ. ປະຈຸບັນ, ຫວຽດນາມ ແລະອາເມລິກາ ພວມສົມທົບກັນດໍາເນີນການເຄື່ອນໄຫວປະສົມຊອກຫາ MIA ຄັ້ງ 158 ຕາມແຜນການ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ພາຍຫຼັງຮັບຟັງຄໍາຄິດເຫັນປະກອບຂອງບັນດາຜູ້ແທນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮັບຮູ້ ແລະຕີລາຄາສູງການເປັນເຈົ້າການ, ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກ, ໝາກຜົນປະຕິບັດໜ້າທີ່ຂອງອົງການ MIA ກະຊວງປ້ອງກັນປະເທດ; ເນັ້ນໜັກການເຄື່ອນໄຫວ MIA ໄດ້ກາຍເປັນສັນຍາລັກໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາ ບົນຈິດໃຈປິດອະດີດຕະການໄວ້, ມຸ່ງໄປສູ່ອະນາຄົດ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີສືບຕໍ່ຊາບຊຶມຄວາມຮັບຮູ້ການເຄື່ອນໄຫວ MIA ແມ່ນບັນຫາທີ່ມີລັກສະນະມະນຸດສະທໍາ ແລະເມດຕາຈິດອັນເລິກເຊິ່ງ; ເອົາໃຈໃສ່ເປັນພິເສດເຖິງວຽກງານສົມທົບລະຫວ່າງບັນດາອົງການ; ຍູ້ແຮງວຽກງານເກັບກໍາຂໍ້ມູນ, ເອກະສານທີ່ກ່ຽວຂ້ອງ; ເພີ່ມທະວີວຽກງານໂຄສະນາ; ເປີດກວ້າງການຮ່ວມມືສາກົນ; ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະວັດຖຸອຸປະກອນເຕັກນິກທັນສະໄໝໃນການເຄື່ອນໄຫວ MIA.
ໂດຍ: ໄຊນີດາ