ຕອນເຊົ້າວັນທີ 16 ເມສາ, ທີ່ດ່ານສາກົນມິດຕະພາບ (ລ້າງເຊີນ), ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ປະຕິບັດພິທີເຄົາລົບ ແລະແຕ້ມສີຫຼັກໝາຍ 1116, ເປີດສາກໃຫ້ແກ່ການເຄື່ອນໄຫວຢ່າງເປັນທາງການໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9.

ຫຼັງຈາກນັ້ນ, ໃນສຽງດົນຕີທີ່ຄຶກຄື້ນເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ - ຈີນ, ໃນສຽງໂຫ່ຮ້ອງດ້ວຍຄວາມເບີກບານມ່ວນຊື່ນຂອງປະຊາຊົນສອງຟາກຊາຍແດນດ່ານສາກົນມິດຕະພາບ ແລະດ່ານຊາຍແດນ Youyi Guan, ຢູ່ຂີດເສັ້ນຊາຍແດນ, ທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານພົນເອກ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ. ໃນບັນຍາກາດທີ່ເຕັມໄປດ້ວຍຖານສະຫາຍອ້າຍນ້ອງ, ສອງລັດຖະມົນຕີ ໄດ້ຈັບມືກັນດ້ວຍຮອຍຍິ້ມທີ່ສົດໃສ, ສົ່ງສານກ່ຽວກັບນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງກອງທັບ ແລະປະຊາຊົນສອງປະເທດ.

leftcenterrightdel
ການນໍາກະຊວງປ້ອງກັນປະເທດ, ອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນຈີນ ຍິນດີຕ້ອນຮັບທ່ານພົນເອກ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ. ພາບ: ຕ໊ວນຮຸຍ.

ສອງລັັດຖະມົນຕີ ໄດ້ມີບັນດາການເຄື່ອນໄຫວຮ່ວມທີ່ເຂດຊາຍແດນ Youyi Guan, ຄື: ຢ້ຽມຢາມເຂດທ່ອງທ່ຽວດ່ານຊາຍແດນ Youyi Guan, ກອງຮ້ອຍຊາຍແດນ ດ່ານຊາຍແດນ Youyi Guan ແລະເຂດດ່ານຊາຍແດນອັດສະລິຍະ. ຢ້ຽມຢາມກອງຮ້ອຍຊາຍແດນ ດ່ານຊາຍແດນ Youyi Guan, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ໄດ້ປູກຕົ້ນໄມ້ເປັນທີ່ລະນຶກໃນຂອບເຂດກົມກອງທີ່ມີຄວາມໝາຍພ້ອມກັນຮັກສາ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ໝັ້ນຄົງລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ຢ້ຽມຢາມດ່ານສາກົນອັດສະລິຍະທີ່ດ່ານຊາຍແດນ Youyi Guan, ສອງລັດຖະມົນຕີໄດ້ຮັບຟັງການແນະນໍາລະອຽດກ່ຽວກັບຮູບແບບນີ້. ແຂວງລ້າງເຊີນ ແລະເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ໄດ້ລົງນາມຂໍ້ຕົກລົງແມ່ກ່ຽວກັບການຊຸກຍູ້ການທົດລອງກໍ່ສ້າງດ່ານຊາຍແດນອັດສະລິຍະ ໃນວັນທີ 26 ມິຖຸນາ 2023. ເລື່ອງນີ້ແນໃສ່ຫັນບັນດາຄວາມຮັບຮູ້ລວມອັນສໍາຄັນທີ່ບັນລຸໄດ້ລະຫວ່າງການນໍາສອງພັກ, ສອງລັດ ຫວຽດນາມ - ຈີນ ໃຫ້ເປັນລະອຽດ, ປະກອບສ່ວນຊຸກຍູ້ການຮ່ວມມືທີ່ແທດຈິງດ້ານເສດຖະກິດ-ການຄ້າລະຫວ່າງສອງຝ່າຍໃຫ້ເລິກເຊິ່ງກວ່າ, ແຕ່ຂັ້ນທ້ອງຖິ່ນ.

leftcenterrightdel
ນາຍທະຫານຍິງກອງທັບ ຈີນ ມອບຊໍ່ດອກໄມ້ຍິນດີຕ້ອນຮັບທ່ານພົນເອກ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ ຢູ່ ຈີນ. ພາບ: ຕ໊ວນຮຸຍ.

ສອງລັດຖະມົນຕີ ໄດ້ເຂົ້າຮ່ວມເປັນສັກຂີພິຍານກອງກໍາປັ່ນທະຫານເຮືອສອງປະເທດ ລາຍງານໂດຍກົງກ່ຽວກັບວຽກງານກະກຽມການລາດຕະເວນປະສົມ ແລະຮັບຄໍາສັ່ງປະຕິບັດໜ້າທີ່ຈາກສອງລັດຖະມົນຕີ. ນີ້ແມ່ນຄັ້ງທໍາອິດການເຄື່ອນໄຫວນີ້ໄດ້ນໍາເຂົ້າງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ເຊິ່ງບໍ່ພຽງແຕ່ເຮັດໃຫ້ອຸດົມສົມບູນຕື່ມອີກບັນດາການເຄື່ອນໄຫວຂອງງານພົບປະແລກປ່ຽນເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີການຮ່ວມມືທີ່ແທດຈິງກວ່າອີກລະຫວ່າງກອງທັບ ແລະທະຫານເຮືອຫວຽດນາມ ກັບກອງທັບ ແລະທະຫານເຮືອ ຈີນ ອີກດ້ວຍ. 

ສືບຕໍ່ບັນດາການເຄື່ອນໄຫວໃນງານພົບປະແລກປ່ຽນມິດຕະພາບ ຢູ່ ຈີນ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ໄດ້ໄປຢ້ຽມຢາມໂຮງຮຽນປະຖົມສົມບູນເລກ 4, ນະຄອນ Ping Xiang. ສອງລັດຖະມົນຕີ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຕ້ອນຮັບອັນອົບອຸ່ນຈາກຄູອາຈານ ແລະພວກນ້ອງນັກຮຽນ.

ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ໄດ້ມອບຂອງຂວັນໃຫ້ຄູອາຈານ ແລະນັກຮຽນຂອງໂຮງຮຽນ. ມອບຂອງຂວັນຫຼາຍພູດທີ່ມີຄວາມໝາຍ, ທ່ານພົນເອກ ຟານວັນຢາງ ຫວັງວ່າ ໂຮງຮຽນ ສືບຕໍ່ມີບັນດາການເຄື່ອນໄຫວ ເພື່ອສົ່ງແຮງບັນດານໃຈໃຫ້ພວກນ້ອງນັກຮຽນມີຄວາມປາດຖະໜາຢາກອຸທິດສ່ວນໃຫ້ແກ່ປະເທດ ຈີນ ທີ່ສວຍງາມ ແລະປຸກລຸກນໍ້າໃຈສາມັກຄີ, ສະໜິດຕິດພັນ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ກາຍເປັນທູດໜຸ່ມທີ່ແທດຈິງ, ສືບຕໍ່ນໍ້າໃຈສາມັກຄີມິດຕະພາບບ້ານໃກ້ເຮືອນຄຽງ ຫວຽດນາມ-ຈີນ.

ບັນດາຮູບແບບອັນດີງາມ, ເຕັມໄປດ້ວຍຄວາມສະເທືອນໃຈທີ່ໂຮງຮຽນຊາຍແດນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງ, ແຜ່ຂະຫຍາຍສານກ່ຽວກັບນໍ້າໃຈມິດຕະພາບ ຫວຽດນາມ-ຈີນ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”, ເຊິ່ງຄົນຮຸ່ນໜຸ່ມສອງປະເທດ ຈະສືບຕໍ່ເສີມຂະຫຍາຍ ແລະເພີ່ມພູນຄູນສ້າງ ເພື່ອຍືນຍົງຄົງຕົວພ້ອມກັບເວລາ.

ວັນທີ 17 ເມສາ, ຄະນະຜູ້ແທນເຍົາວະຊົນ-ອະນຸຊົນ ຈີນ ຈະພ້ອມກັບນັກຮຽນໂຮງຮຽນປະຖົມສົມບູນ ດົງດັງ ສະແດງສິລະປະ, ຮ້ອງເພງ ຫວຽດນາມ - ຈີນ ພ້ອມກັນ, ສົ່ງສານພ້ອມກັນຕັດສິນໃຈຮ່ວມແຮງຮ່ວມໃຈຮັກສານໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາ ແລະແມ່ນໍ້າລໍາເຊຕິດຈອດກັນ. 

ໂດຍ: ໄຊຊະນະ