leftcenterrightdel
ຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: tapchicongthuong.vn

ນີ້ແມ່ນລາຍການສົ່ງເສີມການຄ້າທີ່ມີລັກສະນະພິເສດ, ຍາວນານ ແລະໜຶ່ງດຽວລະດັບຊາດ. ທ່ານ ຫງວຽນຊິງເຍີດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

“ນະວັດຕະກຳແມ່ນລູກກຸນແຈໃນການຍົກສູງສະມັດຕະພາບ, ຄຸນນະພາບ, ພ້ອມທັງສ້າງຄວາມແຕກໂຕນແບບຍືນຍົງໃນສະພາບແວດລ້ອມທົ່ວໂລກມີການແກ່ງແຍ້ງຢ່າງຮ້າຍແຮງ. ໃນສະພາບການເຕັກໂນໂລຢີພັດທະນາຢ່າງແຮງ, ເສດຖະກິດດີຈີຕອນແຜ່ຂະຫຍາຍ, ທ່າອ່ຽງໃນການບໍລິໂພກອຸປະໂພກສີຂຽວ, ສະອາດ, ອັດສະລິຍະກໍທີ່ທ່າໄດ້ປຽບກວ່າ, ວິສາຫະກິດຫວຽດນາມ ຕ້ອງເປັນເຈົ້າການຮັບມື ແລະປະຈັນບານປະດິດຄິດສ້າງ. ດ້ວຍຄວາມເອົາໃຈໃສ່ຂອງລັດກໍຄືຄວາມມານະພະຍາຍາມຂອງວິສາຫະກິດ, ເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ປະກອບສ່ວນເຂົ້າໃນພາລະກິດຫັນເປັນປະເທດອຸດສາຫະກຳ, ທັນສະໄໝຢ່າງແທດຈິງ”.

ປີ 2024, ຄຸນຄ່າເຄື່ອງໝາຍການຄ້າຫວຽດນາມ ໄດ້ຮັບການກຳນົດລາຄາ 507 ຕື້ໂດລາສະຫະລັດ, ຈັດອັນດັບທີ 32 ໃນໂລກ, ເພີ່ມຂຶ້ນ 1 ຂັ້ນເມື່ອທຽບໃສ່ປີ 2023.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ