ພາລະກອນການແພດຂອງໂຮງໝໍໄດ້ກວດພະຍາດທົ່ວໄປ, ເອໂກ, ກວດເລືອດ, ວັດແທກຄວາມດັນເລືອດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະແຈກຢາຍຢາທີ່ມີຄວາມຈໍາເປັນຈໍານວນໜຶ່ງ. ການເຄື່ອນໄຫວທີ່ມີຄວາມໝາຍນີ້ໄດ້ຮັບການຕີລາຄາສູງຈາກຜູ້ບັນຊາການຄະນະປະຕິບັດງານ ແລະບັນດາກົມກອງເພື່ອນ, ຜ່ານນັ້ນສະແດງໃຫ້ເຫັນຄວາມເອົາໃຈໃສ່, ສົ່ງເສີມສຸຂະພາບຂອງກໍາລັງຍິງໃນຄະນະປະຕິບັດງານ, ບັນດາຜູ້ທີ່ພວມອຸທິດຕົນທັງກາງເວັນ ແລະກາງຄືນໃຫ້ແກ່ໜ້າທີ່ສາກົນຂອງຊູດັງໃຕ້.

leftcenterrightdel
ເອໂກໃຫ້ພົນທະຫານຍິງກົມກອງມົງໂກນ. ພາບ: ສີ໋ກົງ
leftcenterrightdel
ພາລະກອນການແພດຍິງຂອງໂຮງໝໍ ແລະພົນທະຫານຍິງກົມກອງມົງໂກນ. ພາບ: ສີ໋ກົງ

ສິບໂທ Enkhjargal, ພົນທະຫານຍິງຂຶ້ນກັບກໍາລັງຮັກສາສັນຕິພາບມົງໂກນ, ໄດ້ສະແດງຄວາມຕື້ນຕັນໃຈຕໍ່ການອຸທິດຕົນຂອງຖັນແຖວແພດໝໍຫວຽດນາມ: “ພວກຂ້າພະເຈົ້າ ຍາມໃດກໍ່ຮູ້ສຶກເຖິງຄວາມເປັນມືອາຊີບ ແລະນ້ຳໃຈແຫ່ງຄວາມເມດຕາຂອງຖັນແຖວພາລະກອນການແພດໂຮງໝໍກາງສະໜາມຂັ້ນ 2 ຫວຽດນາມ. ການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍສົ່ງເສີມສຸຂະພາບໃຫ້ພວກຂ້າພະເຈົ້າເທົ່ານັ້ນ, ແຕ່ຍັງສ້າງສະພາບແວດລ້ອມໃນການເຮັດວຽກທີ່ມີຄວາມສະໜິດຕິດພັນ, ມີມະນຸດສະທໍາ”.

ທ່ານພັນເອກ, ແພດໝໍ ຫງວຽນທິຈຽນ, ຫົວໜ້າຂະແໜງພາຍນອກ, ແບ່ງປັນວ່າ: “ການຈັດຕັ້ງກວດສຸຂະພາບບໍ່ພຽງແຕ່ຊ່ວຍຄົ້ນພົບພະຍາດທີ່ອາດຈະເກີດຂຶ້ນໄວເທົ່ານັ້ນ, ຫາກຍັງແມ່ນການລະດົມກໍາລັງໃຈດ້ານຈິດໃຈ, ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈໃນການປະຕິບັດງານອີກດ້ວຍ”.

ການເຄື່ອນໄຫວຄັ້ງນີ້ມີຄວາມໝາຍແທດຈິງ ແລະແມ່ນຄໍາສະແດງຄວາມຮູ້ບຸນຄຸນເຖິງແມ່ຍິງທີ່ພວມປະກອບສ່ວນສ້າງສັນຕິພາບຢູ່ໜຶ່ງໃນບັນດາເຂດທີ່ມີຄວາມຫຍຸ້ງຍາກທີ່ສຸດໃນໂລກ. ໂດຍໄດ້ຮູ້ວ່າ ໃນໄລຍະຈະມາເຖິງ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຂອງຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດາລາຍການສົ່ງເສີມສຸຂະພາບກວ່າອີກ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ພາລະກອນໃນຄະນະປະຕິບັດງານ.

ໂດຍ: ເຈິ່ນຮວ່ຽນ